ສ.ເກົາຫຼີແລະສປປ.ເກົາຫຼີເຫັນດິຈັດຕັ້ງການເຈລະຈາຂັ້ນຮອງລັດຖະມົນຕີເພື່ອປັບປຸງການພົວພັນ

ສ.ເກົາຫຼີແລະສປປ.ເກົາຫຼີເຫັນດິຈັດຕັ້ງການເຈລະຈາຂັ້ນຮອງລັດຖະມົນຕີເພື່ອປັບປຸງການພົວພັນ - ảnh 1
(ພາບ​ປະ​ກອບ: YONHAP/TTXVN)

(vovworld) - ໃນ​ຄຳ​ຖະ​ແຫຼງ​ຂອງ​ກະ​ຊວງ​ທ້ອ​ນ​ໂຮມ​ປະ​ເທດ​ເປັນ​ເ​ອ​ກະ​ພາບ​ສ.ເກົາ​ຫຼີ ໃຫ​້​ຮູ້​ວ່າ, ​ວັນ​ທີ 27/11, ສ.ເກົາ​ຫຼີ ແລະ ສ​ປ​ປ.ເກົາ​ຫຼີ ໄ​ດ​້​ເຫັນ​ດີ​ຈັດ​ຕັ້ງ​ການ​ເຈ​ລະ​ຈາ​ຂັ້ນ​ຮອງ​ລັດ​ຖະ​ມົນ​ຕີ ໃນ​ວັນ​ທີ 11/12 ຈະ​ມ​າ​ເຖິງ​ຢູ່​ເຂດ​ອຸດ​ສາ​ຫະ​ກຳ Kaesong, ນະ​ຄອນ Kaesong, ຂຶ້ນ​ກັບ​ເຂດ​ດິນ​ແດນ​ຂອງ​ສປ​ປ.ເກົາ​ຫຼີ. ນີ້​ແມ່ນ​ໝາກ​ຜົນ​ຂອງ​ການ​ເຈ​ລະ​ຈາ​ຂັ້ນ​ນັກ​ວິ​ຊາ​ການ​ລະ​ຫວ່າງ 2 ຝ່າຍ, ເລີ່ມ​ແຕ່​ວັນ​ທີ 26/11 ໃນ​ສະ​ພາບ​ທີ່ 2 ຝ່າຍ​ພວມ​ມາ​ນະ​ພະ​ຍາ​ຍາມ​ປັບ​ປຸງ​ການ​ພົ​ວ​ລະ​ຫວ່າງ 2 ຝ່າຍ ​ທີ່​ບັນ​ລຸ​ໄດ​້​ຂໍ້​ຕົກ​ລົງ​ມີ​ລັກ​ສະ​ນະ​ປະ​ຫວັດ​ສາດ ເມື່ອ​ເດືອນ 08/2015 ກ່ຽວ​ກັບ​​ການ​ຫຼຸ​ດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ດ້ານ​ການ​ທະ​ຫານ​ໃນ​ແຫຼມ​ເກົາ​ຫຼີ. ຕາມ​ຄຳ​ຖະ​ແຫຼງ​ຂອງ​ກະ​ຊ​ວງທ້ອ​ນ​ໂຮມ​ປະ​ເທດ​ເປັນ​ເ​ອ​ກະ​ພາບ​ສ.ເກົາ​ຫຼີ ແລ້ວ, ທີ່​ການ​ເຈ​ລະ​ຈາ​ຈ​ະ​ມາ​ເຖິງ, 2 ຝ່າຍ​ໄດ້​ສຸມ​ໃສ່​ປຶກ​ສາ​ຫາ​ລື​ບັນ​ດາ​ບັນ​ຫາ​ທີ່​ຍັງ​​​ຄົງ​​ຄ້າງ​ໃນ​ການ​ປັບ​ປຸງ​ການ​ພົວ​ພັນ​ລະ​ຫວ່າງ 2 ຝ່າຍ.

ຂ່າວ/ບົດ​ອື່ນ