ສ.ເກົາຫຼີແລະສປປ.ເກົາຫຼີແລກປ່ຽນບັນຊີລາຍຊື່ບັນດາຄອບຄົວເຕົ້າໂຮມກັນ

ສ.ເກົາຫຼີແລະສປປ.ເກົາຫຼີແລກປ່ຽນບັນຊີລາຍຊື່ບັນດາຄອບຄົວເຕົ້າໂຮມກັນ - ảnh 1
(ພາບປະກອບ: Yonhap/TTXVN)

(vovworld) – ວັນ​ທີ 05/10, ສ.​ເກົາຫຼີ​ ແລະ​ ສປປ.​ເກົາຫຼີ ​ໄດ້​ແລກປ່ຽນບັນຊີ​ລາ​ຍຊື່​ບັນດາ​ຄອບຄົວ​ທີ່​ຖຶກພັດ​ພາກ​ຈາກ​ກັນ​ໃນ​ສົງ​ຄາມ​ເກົາຫຼີ ​​ເຊິ່ງຈະເຂົ້າ​ຮ່ວມ​ການ​ເຕົ້າ​ໂຮມ​ກັນ​ໃນ​ໄລຍະຈະ​ມາ​ເຖິງ. ຕາມ​ກະຊວງ​ໂຮມ​ປະ​ເທດ​ເປັນ​ເອກະ​ພາບສ.​ເກົາຫຼີ ​ແລ້ວ, ບັນດາ​ເຈົ້າ​ໜ້າ​ທີ່​ສະພາ​ກາ​ແດງສ.​ເກົາຫຼີ​ ແລະ​ ສປປ.​ເກົາຫຼີ​ໄດ້​ພົບ​ປະກັນ​ຢູ່​ບ້ານ​ຢຸດຮົບ Panmunjom ​ແລະ ​​ແລກ​ປ່ຽນ​ບັນຊີ​ລາ​ຍຊື່​ເພື່ອ​ຢືນຢັນ​ບັນດາ​ຜູ້​ທີ່​ມີ​ຍາດຕິ​ພີ​ນ້ອງ​ຍັງ​ຢູ່​ຝ່າຍ​ຂອງ​ກັນ. ພາຍຫຼັງ​ບັນດາ​ການ​ເຈລະຈາ​ຂັ້ນ​ສູງ​ໃນ​ທ້າຍ​ເດືອນ 08 ຜ່ານ​ມາ, ​ເພື່ອ​​ແນ​ໃສ່​ແກ້​ໄຂ​ສະພາບ​ເຄັ່ງ​ຕຶງ​ດ້ານ​ການ​ທະຫານ​ຢູ່​ແຫຼມ​ເກົາຫຼີ, ​ເຊີ​ອຸນ ​ແລະ ພຽງ​ຢາງ ​ໄດ້​ເຫັນ​ດີ​ຈັດ​ຕັ້ງ​ການ​ເຕົ້າ​ໂຮມ​ບັນດາ​ຄອບຄົວ​ທີ່​ຖືກ​ພັດ​ພາກ​ຈາກ​ກັນ​ຢູ່​ເຂດ​ພັກຜ່ອນ​ບຳລຸງ​ສຸຂະພາບ​ຢູ່​ພູ Kumgang ​ແຕ່​ວັນ​ທີ 20 – 26/10 ຈະ​ມາ​ເຖິງ. ຄາດ​ວ່າ, ​ໃນ​ວັນ​ທີ 08/10, 2 ຝ່າຍ​ຈະ​ແລກປ່ຽນ​ບັນຊີ​ລາຍ​ຊື່ຄັ້ງ​ສຸດ​ທ້າ​ຍ, ​ແຕ່ລະ​ຝ່າຍ​ລວ​ມປະມານ 100 ຄົນ​ຈະ​ເຂົ້າ​ຮ່ວມ​ການ​​​ເຕົ້າ​ໂຮມ​ຄັ້ງ​ນີ້.

ຂ່າວ/ບົດ​ອື່ນ