ຫນູນຊ່ວຍ80ລ້ານUSDເພື່ອປັບປຸງພື້ນຖານໂຄມະນາຄົມນະຄອນທາຍງວຽນ

(VOVWORLD) -ວັນທີ 23 ມິຖຸນາ, ຄະນະອຳນວຍການຝ່າຍບໍລິຫານທະນາຄານໂລກ ໄດ້ເຊັນອະນຸມັດບ້ວງສິນເຊື່ອລວມມູນຄ່າ 80 ລ້ານ USD ຂອງສະຫະສະມາຄົມພັດທະນາສາກົນ (IDA) ເພື່ອແນໃສ່ຍົກສູງຄຸນນະພາບກິດຈະກຳພື້ນຖານໂຄງລ່າງເຂດຕົວເມືອງທີ່ສຳຄັນ ຢູ່ ນະຄອນ ທາຍງວຽນ ເຂດທາງທິດຕາເວັນອອກສ່ຽງເຫນືອຫວຽດນາມ.

ຫນູນຊ່ວຍ80ລ້ານUSDເພື່ອປັບປຸງພື້ນຖານໂຄມະນາຄົມນະຄອນທາຍງວຽນ - ảnh 1 ໃຈກາງນະຄອນ ທາຍງວຽນ

ພາບ:baothainguyen

ບ້ວງສິນເຊື່ອນີ້ ຈະຫນູນຊ່ວຍປັບປຸງເລື່ອງວາງແຜນຜັງ ແລະ ຄຸ້ມຄອງຕົວເມືອງ ລວມຄິດໄລ່ເຖິງປັດໄຈການປ່ຽນແປງຂອງດິນຟ້າອາກາດ ແລະ ຄວາມສ່ຽງໄພທຳມະຊາດ. ໂຄງການພັດທະນາຕົວເມືອງ ຈະນຳມາເຊິ່ງຜົນປະໂຫຍດໂດຍກົງໃຫ້ພົນລະເມືອງນະຄອນ ທາຍງວຽນກວ່າ 81.000 ຄົນ. ໂຄງການດັ່ງກ່າວກໍ່ຈະຊ່ວຍຍົກສູງກຳລັງຄວາມສາມາດຂອງອຳນາດການປົກຄອງນະຄອນ ທາຍງວຽນ ດ້ວຍການຫນູນຊ່ວຍດ້ານເຕັກນິກໃນການສ້າງຍຸດທະສາດວາງແຜນຜັງ, ວາງແຜນກຳນົດຄົມມະນາຄົມສາທາລະນະ ແລະ ການຄຸ້ມຄອງຊັບສົມບັດແບບຍືນຍົງ. 

ຕອບກັບ

ຂ່າວ/ບົດ​ອື່ນ