ຫລາຍທ້ອງຖິ່ນມານະພະຍາຍາມຊ່ວຍເຫລືອປະຊາຊົນແກ້ໄຂຜົນຮ້າຍຈາກຝົນຕົນພາຍຸ

(VOVWORLD) -ພາຍຸ Ofel ຫວຽດນາມ ເອີ້ນວ່າ ເຊີນຕິງ ເຖິງວ່າບໍ່ແຮງປານໃດກໍ່ຕາມ ແຕ່ໄດ້ກໍ່ໃຫ້ເກີດຝົນຕົກເປັນເວລາຫລາຍມື້ຜ່ານມາ ໄດ້ກໍ່ໄດ້ເຮັດໃຫ້ຫລາຍທ້ອງຖິ່ນ ຢູ່ ແຂວງ ຮ່າຕິ້ງ ຖືກນ້ຳຖ້ວມ. 

ຫລາຍທ້ອງຖິ່ນມານະພະຍາຍາມຊ່ວຍເຫລືອປະຊາຊົນແກ້ໄຂຜົນຮ້າຍຈາກຝົນຕົນພາຍຸ - ảnh 1 ແຂວງຮ່າຕິ້ງແກ້ໄຂຜົນຮ້າຍຈາກພາຍຸ

ພາບ:baohatinh

ອຳນາດການປົກຄອງບັນດາທ້ອງຖິ່ນ, ບັນດາກຳລັງໃນບໍລິເວນແຂວງ ພວມຮີບເຮັ່ງຊ່ວຍເຫລືອປະຊາຊົນແກ້ໄຂຜົນຮ້າຍຈາກຝົນຕົກພາຍຸດັ່ງກ່າວ.

ສ່ວນຢູ່ ເມືອງ ງີຊວນ, ອຳນາດການປົກຄອງເມືອງ ກໍ່ໄດ້ສົ່ງພະນັກງານ ແລະບັນດາກຳລັງລົງກູ້ໄພກູ້ຊີບ ຊ່ວຍປະຊາຊົນແກ້ໄຂຜົນຮ້າຍຈາກຝົນຕົກ, ເຕືອນປະຊາຊົນລະມັດລະວັງຕໍ່ຄວາມສ່ຽງດິນເຊາະເຈືອນ.

ຢູ່ແຂວງ ອຽນບາຍ, ຝົນຕົກນ້ຳຖ້ວມໄດ້ເຮັດໃຫ້ 10 ຄົນຖືກເສຍຊີວິດ ແລະ 8 ຄົນຖືກຫາຍສາບສູນ, ຄາດວ່າກໍ່ຄວາມເສຍຫາຍດ້ານເສດຖະກິດປະມານ ື170 ຕື້ດົງ. ຕອນເຊົ້າວັນທີ 21 ກໍລະກົດ, ວຽກງານແກ້ໄຂຄວາມເສຍຫາຍຍ້ອນຝົນຕົກນ້ຳຖ້ວມພວມໄດ້ຮັບການຜັນຂະຫຍາຍຢ່າງຮີບເຮັ່ງ ໂດຍມີການເຂົ້າຮ່ວມຂອງນັກຮົບ, ຕຳຫລວດ, ທະຫານລາດນັບພັນໆຄົນ. ທ່ານ ຫງວຽນຮູຍແອງ ປະທານຄະນະກຳມະການປະຊາຊົນເມືອງ ເວີນໂຮ່ ໃຫ້ຮູ້ວ່າ:

        “ປະຈຸບັນ ນ້ຳຢູ່ຕາມຫ້ວຍພວມຂຶ້ນສູງ. ຢູ່ທາງຫລວງເລກ 6 ຕອນໄປຜ່ານເມືອງພວມຖືກນ້ຳຖ້ວມ 2 ຕອນ. ອຳນາດການປົກຄອງເມືອງໄດ້ສົ່ງຄະນະປະຕິບັດງານລົງກວດກາ ແລະ ສົ່ງກຳລັງມາຊ່ວຍຍົກຍ້າຍປະຊາຊົນ ແລະ ຊັບສິນອອກຈາກເຂດຖືກດິນເຊາະເຈືອນ.”

ຕອບກັບ

ຂ່າວ/ບົດ​ອື່ນ