ຫວຽດນນາມຄັດຄ້ານຈີນດຳເນີນການຝຶກຊ້ອນດ້ານການທະຫານຢູ່ໝູ່ເກາະ ຮວ່າງຊາຂອງຫວຽດນາມ

(VOVWORLD) -ໂຄສົກກະຊວງການຕ່າງປະເທດຫວຽດນາມ, ທ່ານນາງເລທິທູຮັ່ງໄດ້ຢືນຢັນວ່າ : ຫວຽດນາມມີຫຼັກຖານນິຕິທຳ ແລະ ພະຍານຫຼັກຖານປະຫວັດສາດຢ່າງພຽງພໍເພື່ອຢັ້ງຢືນອຳນາດອະທິປະໄຕຂອງຫວຽດນາມສຳລັບ 2 ໝູ່ເກາະ ຮວ່າງຊາ ແລະ ເຈື່ອງຊາຂອງຫວຽດນາມທີ່ສອດຄ່ອງກັບກົດໝາຍສາກົນ
ຫວຽດນນາມຄັດຄ້ານຈີນດຳເນີນການຝຶກຊ້ອນດ້ານການທະຫານຢູ່ໝູ່ເກາະ ຮວ່າງຊາຂອງຫວຽດນາມ - ảnh 1 ໂຄສົກກະຊວງການຕ່າງປະເທດຫວຽດນາມ, ທ່ານນາງເລທິທູຮັ່ງ

 ວັນທີ 21 ພຶດສະພາ, ຕອບສຳພາດນັກຂ່າວກ່ຽວກັບເລື່ອງຈີນ ຈັດສົ່ງເຮືອບິນຖິ້ມລະເບີດເຂົ້າເຄື່ອນໄຫວຝຶກຊ້ອນດ້ານການທະຫານຢູ່ໝູ່ເກາະຮວ່າງຊາຂອງຫວຽດນາມ, ໂຄສົກກະຊວງການຕ່າງປະເທດຫວຽດນາມ, ທ່ານນາງເລທິທູຮັ່ງໄດ້ຢືນຢັນວ່າ : ຫວຽດນາມມີຫຼັກຖານນິຕິທຳ ແລະ ພະຍານຫຼັກຖານປະຫວັດສາດຢ່າງພຽງພໍເພື່ອຢັ້ງຢືນອຳນາດອະທິປະໄຕຂອງຫວຽດນາມສຳລັບ 2 ໝູ່ເກາະ ຮວ່າງຊາ ແລະ ເຈື່ອງຊາຂອງຫວຽດນາມທີ່ສອດຄ່ອງກັບກົດໝາຍສາກົນ. ການກະທຳດັ່ງກ່າວຂອງຈີນໄດ້ລະເມີດ ອຳນາດອະທິປະໄຕຂອງຫວຽດນາມສຳລັບໝູ່ເກາະ ຮວ່າງຊາ, ໄປຝືນກັບຂໍ້ຕົກລົງກ່ຽວກັບບັນດາຫຼັກການພື້ນຖານຊີ້ນຳແກ້ໄຂບັນຫາຢູ່ທະເລລະຫວ່າງຫວຽດນາມ-ຈີນ, ລະເມີດຖະແຫຼງການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກລະຫວ່າງ ອາຊຽນ-ຈີນ DOC, ສົ່ງຜົນສະທ້ອນທີ່ບໍ່ດີຕໍ່ວິວັດການເຈລະຈາລະຫວ່າງອາຊຽນ ແລະ ຈີນ ເພື່ອແນໃສ່ສ້າງກົດແຫ່ງການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ COC, ເຮັດໃຫ້ສະພາບການໃນພາກພື້ນເພີ່ມຄວາມເຄັ່ງຕຶງ ແລະ ຂາດສະຖຽນລະພາບຕື່ມອີກ.

    ໂຄສົກກະຊວງການຕ່າງປະເທດຫວຽດນາມ, ທ່ານນາງເລທິທູຮັ່ງໄດ້ຊີ້ແຈ້ງ ວ່າ ຫວຽດນາມສະເໜີຈີນຈົ່ງຢຸດຕິການກະທຳດັ່ງກ່າວໃນທັນທີ່, ບໍ່ດຳເນີນການເຄື່ອນໄຫວທາງທະຫານ, ເຄົາລົບອຳນາດອະທິປະໄຕຂອງຫວຽດນາມສຳລັບ ໝູ່ເກາະ ຮວ່າງຊາຂອງຫວຽດນາມ ຢ່າງເຂັ້ມງວດ, ປະຕິບັດຕາມ ຂໍ້ຕົກລົງກ່ຽວກັບບັນດາຫຼັກການພື້ນຖານຊີ້ນຳແກ້ໄຂບັນຫາຢູ່ທະເລລະຫວ່າງຫວຽດນາມ-ຈີນ ຢ່າງເຂັ້ມງວດ, ຖະແຫຼງການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ DOC, ສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ