ຫວຽດນາມ - Venezuela ເຊັນຂໍ້ຕົກລົງຮ່ວມມືຫຼາຍ ສະບັບ

ຫວຽດນາມ - Venezuela ເຊັນຂໍ້ຕົກລົງຮ່ວມມືຫຼາຍ ສະບັບ - ảnh 1
ກອງປະຊຸມຖືກອັດລົງພາຍຫຼງດຳເນີນມາເປັນເວລາ 2 ວັນ
(ພາບ: Chinhphu.vn)

(vovworld) - ພາຍຫຼັງ​ເຮັດ​ວຽກ​ມາ​ເປັນ​ເວລາ 2 ວັນ, ວັນ​ທີ 20/4 (ຕາມ​ເວລາ​ຮ່າ​ໂນ້ຍ)ສະ​ໄໝ​ປະຊຸມ​ຄັ້ງ​ທີ 2 ຄະນະ​ກຳມາທິການ​ລະຫວ່າງ​ລັດຖະບານ​ຫວຽດນາມ - Venezuela ຢູ່​ນະຄອນຫຼວງ Caracas, Venezuela ​ໄດ້​ອັດ​ລົງ​ດ້ວຍ​ບັນດາ​ໝາກຜົນ​ດີງາມ, ມີ​ຫຼາຍ​ໂຄງການ, ລາຍການ​ໄດ້​ຮັບ​ການ​ເຊື່ອມ​ຕໍ່ປະຕິບັດ ​ແລະ ​ເປີດ​ກ້ວາງ. ທ່ານ​ຮອງ​ນາຍົກລັດຖະມົນຕີ Hoang Trung Hai ​ແລະ ຮອງ​ປະທານາທິບໍດີ​ທັງ​ເປັນ​ລັດຖະມົນຕີ​ກະຊວງ​ພະລັງງານ - ນ້ຳມັນ​ອາຍ​ແກ​ດ Rafael Ramirez ​​ຊຶ່ງ​ເປັນປະທານຮ່ວມ​ຄະນະ​ກຳມາທິການ​ລະຫວ່າງ​ລັດຖະບານ​ຫວຽດນາມ - Venezuela ໄດ້​ເຊັນ​ບົດ​ບັນທຶກ​ກອງ​ປະຊຸມ. ບົດ​ບັນທຶກ​ສະບັບ​ນີ້​ຢືນຢັນ​ວ່າ: ​ໃນ​ໄລຍະ​ຜ່ານ​ມາ, ການ​ພົວພັນ​ສາມັກຄີ, ມິດຕະພາບ ​ແລະ ການ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ 2 ປະ​ເທດ​ສືບ​ຕໍ່​ໄດ້ຮັບ​ການ​ປັບປຸງ ​ແລະ ​ເພີ່ມ​ທະວີ​ຢ່າງ​ຮອບດ້ານ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ລັດຖະບານ, ຂະ​ແໜງ​ການຂັ້ນ​ຕ່າງໆ, ຄູ່​ຮ່ວມ​ມື 2 ປະ​ເທດ​ສືບ​ຕໍ່​ສຸມ​ໃສ່, ມານະ​ພະຍາຍາມ ​ເພື່​ອຊຸກຍູ້, ປະຕິບັດ​ຮອບດ້ານຢູ່​ບັນດາຂົງ​ເຂດ​ໄດ້​​ຮ່ວມ​ມື​ແລ​້ວ ​ແລະ ຍັງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ, ທ່າ​ໄດ້​ປຽບໜູນ​ຊ່ວຍ​ໃຫ້​ກັນ ​ແລະ ກັນ​ຢ່າງ​ມີ​ໄຊ. ກ່າວ​ຄຳ​ເຫັນ​ອັດ​ກອງ​ປະຊຸມ, ທ່ານ​ຮອງ​ປະທານາທິບໍດີ Rafael Ramirez ​ເນັ້ນ​ໜັກ​ວ່າ: ບົນ​ພື້ນຖານ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ແຕ່ລະ​ປະ​ເທດ, ຄວນ​ສືບ​ຕໍ່​ຍູ້​ແຮງ​ບັນດາ​ຄວາມ​ມ​ານະພະ​ຍາ​ຍາມ ​ເພື່ອ​ເປີດ​ກ້ວາງ, ​ເພີ່ມ​ທະ​ວີ​ບັນດາຮູບ​ການ ​ແລະ ມາດ​ຕະການ​ຮ່ວມມື​ກ່ຽວ​ກັບ​​ດ້ານເສດຖະກິດ, ການ​ຄ້າ, ອຸດສາຫະກຳ ​ແລະ ວິທະຍາສາດ​ເຕັກນິກ ​ເພື່ອ​ສົມ​ກັບ​ການ​ພົວພັນ​​ແບບພິ​ເສດ​ລະຫວ່າງ 2 ປະ​ເທດ. ຕາງໜ້າ​ໃຫ້​ຄະນະ​ຜູ້​ແທນ​ຫວຽດນາມ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ Hoang Trung Hai ຖື​ວ່າ: ບັນດາ​ຂໍ້​ຕົກລົງ​ໄດ້​ເຊັນ​ກັນໃນ​ຄັ້ງ​ນີ້ ຈະ​ສ້າງ​ບັນດາ​ບາດກ້າວ​ໃໝ່, ​ແມ່ນ​ພື້ນຖານ ​ເພື່ອ​ຍູ້​ແຮງ​ການ​ຮ່ວມ​ມື​ລະຫວ່າງ 2 ຝ່າຍ ​​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ອຸດສາຫະກຳ, ວັດທະນະທຳ, ວິທະຍາສາດ​ເຕັກ​ນິກ ​ແລະ ບັນດາ​ຂົງ​ເຂດ​ການ​ພົວພັນ 2 ຝ່າຍ​ອື່ນ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​​ໃຈ​ໃນ​ໄລຍະ​ຈະ​ມາ​ເຖິງ.

 

ຂ່າວ/ບົດ​ອື່ນ