ຫວຽດນາມ ກ່າວປະນາມຢ່າງຮຸນແຮງ ຕໍ່ການກະທຳບຸກໂຈມຕີກໍ່ການຮ້າຍ ດ້ວຍທຸກຮູບແບບ

(VOVWORLD) - ວັນທີ 25 ກັນຍາ, ເມື່ອຕອບຄຳຖາມຂອງນັກຂ່າວ ກ່ຽວກັບເຫດຍິງປືນ ໃສ່ການສວນສະໜາມຢູ່ນະຄອນ Ahvaz (ສາທາລະນະລັດ ອິດສະລາມ ອີຣານ) ເມື່ອວັນທີ 22 ກັນຍາທີ່ຜ່ານມາ,
ຫວຽດນາມ ກ່າວປະນາມຢ່າງຮຸນແຮງ ຕໍ່ການກະທຳບຸກໂຈມຕີກໍ່ການຮ້າຍ ດ້ວຍທຸກຮູບແບບ - ảnh 1 ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງ ເລທິທູຮັ່ງ (ພາບ: TTXVN)

ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງ ເລທິທູຮັ່ງ ຊີ້ແຈ້ງວ່າ: “ພວກຂ້າພະເຈົ້າຂໍຝາກຄຳຢ້ຽມຢາມຖາມຂ່າວ ແລະ ຂໍສະແດງຄວາມໂສກເສົ້າເສຍໃຈຢ່າງສຸດຊື້ງ ມາຍັງລັດຖະບານ ແລະ ປະຊາຊົນ ອີຣານ ພ້ອມດ້ວຍຄອບຄົວຂອງບັນດາຜູ້ປະສົບເຄາະຮ້າຍໃນເຫດບຸກໂຈມຕີກໍ່ການຮ້າຍໃນວັນທີ 22 ກັນຍາຜ່ານມາ. ຫວຽດນາມ ກ່າວປະນາມຢ່າງຮຸນແຮງ ຕໍ່ການກະທຳບຸກໂຈມຕີກໍ່ການຮ້າຍພາຍໃຕ້ທຸກຮູບແບບ ແລະ ຖືວ່າ ບັນດາການກະທຳດັ່ງກ່າວຕ້ອງໄດ້ຮັບການລົງໂທດຢ່າງເຂັ້ມງວດ ຕາມລະບຽບກົດໝາຍ”.

ຕອບກັບ

ຂ່າວ/ບົດ​ອື່ນ