ຫວຽດນາມ ກຽມພ້ອມໜູນຊ່ວຍປະຊາຊົນລາວ ແກ້ໄຂຜົນຮ້າຍຢ້ອນຫຼັງຍ້ອນຜົນສະທ້ອນຈາກເຂື່ອນໄຟຟ້າແຕກຢູ່ອັດຕະປື

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ແລະ ຢັ້ງຢືນວ່າ ພັກ, ລັດ
ຫວຽດນາມ ກຽມພ້ອມໜູນຊ່ວຍປະຊາຊົນລາວ ແກ້ໄຂຜົນຮ້າຍຢ້ອນຫຼັງຍ້ອນຜົນສະທ້ອນຈາກເຂື່ອນໄຟຟ້າແຕກຢູ່ອັດຕະປື - ảnh 1 ພາບປະກອບ

ພາຍຫຼັງມີຂ່າວວ່າ: ເຂື່ອນໄຟຟ້າເຊປຽນ - ເຊນ້ຳນ້ອຍແຂວງ ອັດຕະປື, ສປປ ລາວ ແຕກ, ວັນທີ 24 ກໍລະກົດ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ, ທ່ານປະທານປະເທດ ເຈິ່ນດ້າຍກວາງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ສົ່ງໂທລະເລກຢື້ຢາມຖາມຂ່າວເຖິງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ແລະ ທ່ານນາຍົກລັດຖະມົນຕີ ລັດຖະບານ ລາວ ທອງລຸນ ສີສຸລິດ, ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້ ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ກໍ່ໄດ້ສົ່ງໂທລະເລກຢື້ຢາມຖາມຂ່າວເຖິງທ່ານລັດຖະມົນຕີການຕ່າງປະເທດ ລາວ ສະເລີມໄຊ ກົມມະສິດເຊັນດຽວກັນ.

        ແລະກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ແລະ ຢັ້ງຢືນວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ກຽມພ້ອມໜູນຊ່ວຍປະຊາຊົນລາວ ອ້າຍນ້ອງ ແກ້ໄຂຜົນຮ້າຍຢ້ອນຫຼັງ.

        ໃນເວລາ 20 ໂມງ ວັນທີ 23 ກໍລະກົດ ຕາມເວລາ ຫວຽດນາມ, ໄດ້ເກີດເຫດເຂື່ອນໄຟຟ້າ ເຊປຽນ ເຊນ້ຳນ້ອຍ, ແຕກອັນໄດ້ເຮັດໃຫ້ 10 ບ້ານຖືກນ້ຳຖ້ວມ ແລະ ເຮັດໃຫ້ເມືອງ ສະໜາມໄຊ ຖືກຕົກຢູ່ໂດດດ່ຽວ. ເຫດເຂື່ອນໄຟຟ້າແຕກ ໄດ້ເຮັດໃຫ້ປະຊາຊົນກ່ວາ 1.300 ຄອບຄົວ ດ້ວຍຈຳນວນ 6.600 ຄົນຖືກຜົນສະທ້ອນ. ຕາມແຫຼ່ງຂ່າວເບື້ອງຕົ້ນແລ້ວ, ເຫດການດັ່ງກ່າວເຮັດໃຫ້ກ່ວາ 100 ຄົນຖືກຫາຍສາບສູນ. ກຳລັງກູ້ໄພກູ້ຊີບຊອກເຫັນຊາກສົບຂອງ 28 ຄົນແລ້ວ ແລະ ຍັງສືບຕໍ່ດຳເນີນວຽກງານກູ້ໄພກູ້ຊີບຕໍ່ໄປ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ