ຫວຽດ​ນາມ ຄົ້ນ​ຄວ້າ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ຈັນ​ຍາ​ບັນ AI

(VOVWORLD) - ໂດຍອີງໃສ່ປະສົບການຢູ່ຫຼາຍປະເທດ ແລະ ຫຼັກການຂອງອົງການວິທະຍາສາດ, ການສຶກສາ ແລະ ວັດທະນະທຳຂອງ ສປຊ (UNESCO), ຫວຽດນາມ ພວມສ້າງຂໍ້ກຳນົດ ແນໃສ່ພັດທະນາປັນຍາປະດິດ (AI) ຢ່າງມີຈັນຍາບັນ ແລະ ມີຄວາມຮັບຜິດຊອບ. 

ກ່າວຄຳເຫັນທີ່ກອງປະຊຸມສຳມະນາ “ການພັດທະນາ ແລະ ໝູນໃຊ້ປັນຍາປະດິດຢ່າງມີຄວາມຮັບຜິດຊອບ: ທິດສະດີ ແລະ ພຶດຕິກຳຕົວຈິງ” ໄດ້ດຳເນີນໃນວັນທີ 28 ກຸມພາ, ຢູ່ຮ່າໂນ້ຍ, ທ່ານຮອງລັດຖະມົນຕີກະຊວງ ວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ບຸ່ຍເຖຢຸຍ ໃຫ້ຮູ້ວ່າ ໂດຍອີງໃສ່ປະສົບການຢູ່ຫຼາຍປະເທດ ແລະ ຫຼັກການຂອງອົງການວິທະຍາສາດ, ການສຶກສາ ແລະ ວັດທະນະທຳຂອງ ສປຊ (UNESCO), ຫວຽດນາມ ພວມສ້າງຂໍ້ກຳນົດ ແນໃສ່ພັດທະນາປັນຍາປະດິດ (AI) ຢ່າງມີຈັນຍາບັນ ແລະ ມີຄວາມຮັບຜິດຊອບ. ຕາມທ່ານຮອງລັດຖະມົນຕີແລ້ວ, ຈັນຍາບັນ AI ໄດ້ສົ່ງຜົນກະທົບຕໍ່ຫຼາຍແງ່ມູູມຂອງຊີວິດ, ເຊັ່ນ: ສັງຄົມ, ນິຕິກຳ, ການແກ້ງແຍ້ງດ້ານການເມືອງ ແລະ ການຄ້າ, ພ້ອມກັບສະພາບການຕົວຈິງຢູ່ ຫວຽດນາມ, ວິວັດທະນາການນີ້ ຕ້ອງມີການສົມທົບຂອງນັກວິສະວະກອນ, ນັກວິທະຍາສາດ ແລະ ບັນດາອົງການຄຸ້ມຄອງ, ເຊັ່ນ: ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ, ກະຊວງຕຳຫຼວດ. ໄປຄຽງຄູ່ກັນນັ້ນ ຕ້ອງຮັບປະກັນບາງຫຼັກການສຳຄັນກ່ຽວກັບຈັນຍາບັນ AI, ເຊັ່ນ: ຄວາມປອດໄພດ້ານຂໍ້ມູນສ່ວນຕົວ, ເຄົາລົບສິດຂອງຜູ້ຂຽນຜູ້ແຕ່ງ, ກຳມະສິດພູມປັນຍາ, ຍົກສູງສະມັດຕະພາບແຮງງານ ແຕ່ຕ້ອງປົກປັກຮັກສາສິ່ງແວດລ້ອມ ແລະ ການຄ້ຳປະກັນຊີວິດສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ