ຫວຽດນາມ ຈະມານະພະຍາມຈົນສຸດຄວາມສາມາດຂອງຕົນເພື່ອໜູນຊ່ວຍ ກູບາ

(VOVWORLD) - ການນຳ 2 ທ່ານໄດ້ເຫັນດີຈະສືບຕໍ່ເພີ່ມທະວີພື້ນຖານການພົວພັນ ດ້ານການເມືອງລະຫວ່າງ 2 ພັກ, ເປັນການກຳນົດທິດໃຫ້ແກ່ການພົວພັນຮ່ວມມືລະຫວ່າງ 2 ປະເທດ.
ຫວຽດນາມ ຈະມານະພະຍາມຈົນສຸດຄວາມສາມາດຂອງຕົນເພື່ອໜູນຊ່ວຍ ກູບາ - ảnh 1(ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບທ່ານ Esteban Lazo Hernandez, ປະທານສະພາແຫ່ງຊາດ ກູບາ)

ຕອນບ່າຍວັນທີ 27 ກັນຍາ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານ Esteban Lazo Hernandez, ປະທານສະພາແຫ່ງຊາດແຫ່ງອຳນາດການປົກຄອງປະຊາຊົນ ສ.ກູບາ, ນຳໜ້າຄະນະຜູ້ແທນຂັ້ນສູງພັກ ແລະ ລັດ ກູບາ ມາຢ້ຽມຢາມ ຫວຽດນາມ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນຜູ້ນຳ Fidel Castro ໄປຢ້ຽມຢາມເຂດປົດປ່ອຍແຂວງ ກວາງຈິ, ທາງພາກໃຕ້ ຫວຽດນາມ (ເດືອນ ກັນຍາ 1973 – ກັນຍາ 2023).

ທີ່ການຕ້ອນຮັບ, ການນຳ 2 ທ່ານໄດ້ ເຫັນດີຈະສືບຕໍ່ເພີ່ມທະວີພື້ນຖານການພົວພັນດ້ານການເມືອງລະຫວ່າງ 2 ພັກ, ເປັນການກຳນົດທິດໃຫ້ແກ່ການພົວພັນຮ່ວມມືລະຫວ່າງ 2 ປະເທດ. ພ້ອມທັງ, ສະເໜີໃຫ້ບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງ ແລະ ທ້ອງຖິ່ນຂອງ 2 ປະເທດສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍການປະຕິບັດບັນດາຂໍ້ຕົກລົງຂັ້ນສູງ, ໂຄງການ, ສັນຍາທີ່ໄດ້ລົງນາມແລ້ວ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຢືນຢັນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນຍາມໃດກໍ່ສາມັກຄີ, ສະໜັບສະໜູນ ກູບາ, ຄັດຄ້ານ ແລະ ຮຽກຮ້ອງໃຫ້ຢຸດຕິນະໂຍບາຍຂວ້ຳບາດຕ້ານ ກູບາ. ຫວຽດນາມ ແບ່ງປັນຄວາມຫຍຸ້ງຍາກຂອງ ກູບາ, ຍາມໃດກໍ່ຈະມານະພະຍາຍາມເພື່ອຍົກສູງປະສິດທິຜົນການຮ່ວມມື, ສະໜັບສະໜູນ ກູບາ ຈົນສຸດຄວາມສາມາດຂອງຕົນ.

ສ່ວນທ່ານປະທານສະພາແຫ່ງຊາດ ກູບາ Esteban Lazo Hernandez ຢືນຢັນວ່າ, ການນຳ ແລະ ປະຊາຊົນ ກູບາ ປາດຖະໜາຢາກເປີດກວ້າງ ແລະ ເຮັດໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ພັກ ແລະ 2 ປະເທດໃຫ້ເລິກເຊິ່ງຂຶ້ນຕື່ມ; ພ້ອມທັງ, ກຳນົດທິດການພົວພັນກັບ ຫວຽດນາມ ແມ່ນມີຄວາມໝາຍຍຸດທະສາດ.

ຕອບກັບ

ຂ່າວ/ບົດ​ອື່ນ