ຫວຽດນາມ ຊຸກຍູ້ການຮ່ວມມືສາກົນໃນການພັດທະນາຕະຫຼາດ ກາກບອນ

(VOVWORLD) - ຜູ້ຕາງໜ້າ OECD ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຊຸກຍູ້ການເຕີບໂຕສີຂຽວ, ພັດທະນາແບບຍືນຍົງຂອງລັດຖະບານ ຫວຽດນາມ
ຫວຽດນາມ ຊຸກຍູ້ການຮ່ວມມືສາກົນໃນການພັດທະນາຕະຫຼາດ ກາກບອນ - ảnh 1ຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ
(ພາບ: TTXVN)

        ຕອນບ່າຍວັນທີ 23 ພະຈິກ, ຢູ່ ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ, ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ໄດ້ສົມທົບກັນຈັດກອງປະຊຸມສຳມະນາສາກົນ “ບົດຮຽນສາກົນກ່ຽວກັບການພັດທະນາຕະຫຼາດ ກາກບອນ ແລະ ເນື້ອໃນຄວາມໝາຍນະໂຍບາຍກັບ ຫວຽດນາມ”.

        ທີ່ກອງປະຊຸມສຳມະນາ, ຜູ້ຕາງໜ້າ OECD ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຊຸກຍູ້ການເຕີບໂຕສີຂຽວ, ພັດທະນາແບບຍືນຍົງຂອງລັດຖະບານ ຫວຽດນາມ, ສະແດງຄວາມປະທັບໃຈພິເສດກັບຄຳໝັ້ນສັນຍາຂອງ ຫວຽດນາມ ກ່ຽວກັບການປ່ອຍກາກບອນເປັນ 0 ທີ່ກອງປະຊຸມ COP26. ບັນດາຜູ້ແທນໄດ້ຕີລາຄາວ່າ ຫວຽດນາມ ມີຄວາມສາມາດບົ່ມຊ້ອນໃຫຍ່ຫຼວງໃນການພັດທະນາຕະຫຼາດກາກບອນທີ່ຂະຫຍັນຂັນເຄື່ອນ, ມີຄຸນນະພາບ ແລະ ມີປະສິດທິຜົນ. ປະຈຸບັນ, ຫວຽດນາມ ໄດ້ກະກຽມຈາກພາກລັດດີພໍສົມຄວນ. ເຖິງຢ່າງໃດກໍ່ຕາມ, ຕ້ອງເອົາໃຈໃສ່ຊຸກຍູ້ວິທີການສຳຜັດຫຼາຍຝ່າຍ, ເພີ່ມທະວີການຮ່ວມມືລະຫວ່າງບັນດາຂະແໜງ, ຂົງເຂດ, ທຸກຂັ້ນ, ພິເສດແມ່ນຊຸກຍູ້ການເຂົ້າຮ່ວມຂອງພາກເອກະຊົນ, ສ້າງເງື່ອນໄຂພັດທະນາການສະໜອງ, ຄວາມຕ້ອງການໃນຕະຫຼາດກາກບອນ.

ຕອບກັບ

ຂ່າວ/ບົດ​ອື່ນ