ຫວຽດນາມ ຍາມໃດກໍ່ຖືການຮ່ວມມື ແລະ ສາມັກຄີກັບປະຊາຄົມ ຝລັ່ງ ໂກໂຟນີເປັນສຳຄັນ

(VOVWORLD) - ສ່ວນທ່ານ Edgar Doerig, ຜູ້ຕາງໜ້າພາກພື້ນ ອາຊີ - ປາຊີຟິກ ຂອງ OIF ເນັ້ນໜັກວ່າ: ການເຂົ້າຮ່ວມຢ່າງຕັ້ງໜ້າຂອງບັນດາອົງການ, ຄະນະ, ຂະແໜງການ, ບັນດາການຮ່ວມມື ຝລັ່ງ ໂກໂພນີ ຫວຽດນາມ ໃນການປັບປຸງພາສາ ຝລັ່ງ ແລະ ບັນດາຕົວແທນຄຸນຄ່າເຊິ່ງປະຊາຄົມ ຝລັ່ງ ໂກໂຟນີ ແບ່ງປັນ ແມ່ນຄວາມສາມັກຄີ
ຫວຽດນາມ ຍາມໃດກໍ່ຖືການຮ່ວມມື ແລະ ສາມັກຄີກັບປະຊາຄົມ ຝລັ່ງ ໂກໂຟນີເປັນສຳຄັນ - ảnh 1ທ່ານຮອງລັດຖະມົນຕີ ໂດ໋ຮຸ່ງວຽດ ກ່າວຄຳເຫັນທີ່ພິທີ
(ພາບ:nhandan.vn)

ຕອນຄ່ຳວັນທີ 20 ມີນາ, ຢູ່ຫໍພິພິຕະພັນຊົນເຜົ່າວິທະຍາ ຫວຽດນາມ, ທີ່ຮ່າໂນ້ຍ, ທ່ານ ໂດ໋ຮຸ່ງວຽດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ເປັນປະທານພິທີສະເຫຼີມສະຫຼອງວັນ ອົງການ ຝລັ່ງ ໂກໂຟນີ ສາກົນ (20 ມີນາ). ກ່າວຄຳເຫັນທີ່ພິທີ, ທ່ານຮອງລັດຖະມົນຕີ ໂດ໋ຮຸ່ງວຽດ ຢັ້ງຢືນວ່າ: ຫວຽດນາມ ມີຄວາມເອກອ້າງທະນົງໃຈໄດ້ເປັນສະມາຊິກໜຶ່ງຂອງອົງການ ຝລັ່ງ ໂກໂຟນີ (OIF) ແລະ ຍາມໃດກໍ່ຖືເປັນສຳຄັນການຮ່ວມມື ແລະ ຄວາມສາມັກຄີກັບປະຊາຄົມ ຝລັ່ງ ໂກໂຟນີ ແລະ ບັນດາປະເທດ, ຄູ່ຮ່ວມມືສະມາຊິກ. ກ່ຽວກັບບັນດາບຸລິມະສິດໃນໄລຍະຈະມາເຖິງຂອງ ຫວຽດນາມ ກັບປະຊາຄົມ ຝລັ່ງ ໂກໂຟນີ, ທ່ານ ໂດ໋ຮຸ່ງວຽດ ເນັ້ນໜັກ 3 ເນື້ອໃນຕົ້ນຕໍແມ່ນ: ຊຸກຍູ້, ເປີດກ້ວາງການສິດສອນ ແລະ ນຳໃຊ້ພາສາ ຝລັ່ງ ຢູ່ ຫວຽດນາມ; ຮ່ວມມືພັດທະນາເສດຖະກິດໃນປະຊາຄົມ ຝລັ່ງ ໂກໂຟນີ ແລະ ພ້ອມກັນສົມທົບຢູ່ບັນດາອົງການຫຼາຍຝ່າຍ, ຄື: ສປຊ, ສະຫະພາບ ອາຟຣີກາ ເພື່ອປະກອບສ່ວນລວມເຂົ້າໃນຄວາມມານະພະຍາຍາມຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ບັນດາເປົ້າໝາຍພັດທະນາແບບຍືນຍົງ.

        ສ່ວນທ່ານ Edgar Doerig, ຜູ້ຕາງໜ້າພາກພື້ນ ອາຊີ - ປາຊີຟິກ ຂອງ OIF ເນັ້ນໜັກວ່າ: ການເຂົ້າຮ່ວມຢ່າງຕັ້ງໜ້າຂອງບັນດາອົງການ, ຄະນະ, ຂະແໜງການ, ບັນດາການຮ່ວມມື ຝລັ່ງ ໂກໂພນີ ຫວຽດນາມ ໃນການປັບປຸງພາສາ ຝລັ່ງ ແລະ ບັນດາຕົວແທນຄຸນຄ່າເຊິ່ງປະຊາຄົມ ຝລັ່ງ ໂກໂຟນີ ແບ່ງປັນ ແມ່ນຄວາມສາມັກຄີ, ເຄົາລົບນັບຖືຄວາມເປັນຫຼາຍຮູບຫຼາຍແບບ ແລະ ນ້ຳໃຈໂອບເອື້ອອາລີ. ໃນໄລຍະຈະມາເຖິງ, OIF ຈະພ້ອມກັບ ຫວຽດນາມ ສືບຕໍ່ເພີ່ມທະວີການຮ່ວມມືສິດສອນພາສາ ຝລັ່ງ, ຊຸກຍູ້ການພັດທະນາເສດຖະກິດ, ພິເສດແມ່ນກ່ຽວກັບການທ່ອງທ່ຽວແບບຍືນຍົງ, ການເຊື່ອມໂຍງອາຊີບ ແລະ ວຽກເຮັດງານທຳໃຫ້ຊາວໜຸ່ມ.

ຕອບກັບ

ຂ່າວ/ບົດ​ອື່ນ