ຫວຽດ​ນາມ ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ​ຂອງ​ນະ​ໂຍ​ບາຍ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ຫຼັງ​ໂຄວິດ - 19 ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ

(VOVWORLD) -ຫວຽດນາມ ຖືປະຊາຊົນເປັນໃຈກາງຂອງນະໂຍບາຍພັດທະນາ, ເອົາໃຈໃສ່ເປັນພິເສດເຖິງການໜູນຊ່ວຍບັນດາເປົ້າໝາຍທີ່ມີຄວາມສ່ຽງສູງກ່ວາໝູ່, ຍູ້ແຮງການປ່ຽນແປງໃໝ່ການສຶກສາບຳລຸງສ້າງ.
 ຫວຽດ​ນາມ ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ​ຂອງ​ນະ​ໂຍ​ບາຍ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ຫຼັງ​ໂຄວິດ - 19 ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ - ảnh 1ທ່ານອັກຄະລັດຖະທູດທີ່ປຶກສາ ຫງວຽນຮ່ວາງງວຽນ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ນັບແຕ່ວັນທີ 6 - 15 ກຸມພາ, ທີ່ສຳນັກງານ ສປຊ ຢູ່ ນິວຢອກ (ອາເມລິກາ), ໄດ້ດຳເນີນກອງປະຊຸມປະຈຳປີຄັ້ງທີ 61 ຂອງຄະນະກຳມະການພັດທະນາສັງຄົມ (CSocD61) ຂອງສປຊ, ດ້ວຍຫົວຂໍ້ “ສ້າງວຽກເຮັດງານທຳຢ່າງພຽງພໍ, ມີສະມັດຕະພາບ ແລະ ໝັ້ນຄົງໃຫ້ແກ່ທຸກຄົນ ເພື່ອແນໃສ່ແກ້ໄຂການຂາດຄວາມສະເໝີພາບ, ຍູ້ໄວການຟື້ນຟູຫຼັງໂຄວິດ - 19 ແລະ ປະຕິບັດໂຄງການດຳເນີນງານ 2030 ເພື່ອການພັດທະນາແບບຍືນຍົງ”.

ກ່າວຄຳເຫັນທີ່ກອງປະຊຸມໃນວັນທີ 13 ກຸມພາ, ທ່ານອັກຄະລັດຖະທູດທີ່ປຶກສາ ຫງວຽນຮ່ວາງງວຽນ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ໄດ້ຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນແຜນນະໂຍບາຍຊຸກຍູ້ວຽກເຮັດງານທຳທີ່ໝັ້ນຄົງ ກໍ່ຄືພັດທະນາພື້ນຖານເສດຖະກິດ - ສັງຄົມ ແລະ ຄວາມສາມັກຄີ, ຖືນີ້ແມ່ນປັດໄຈສຳຄັນປະກອບສ່ວນຍູ້ໄວການປະຕິບັດໂຄງການດຳເນີນງານ 2030 ກ່ຽວກັບການພັດທະນາແບບຍືນຍົງໃຫ້ສຳເລັດຜົນ. ຫວຽດນາມ ຖືປະຊາຊົນເປັນໃຈກາງຂອງນະໂຍບາຍພັດທະນາ, ເອົາໃຈໃສ່ເປັນພິເສດເຖິງການໜູນຊ່ວຍບັນດາເປົ້າໝາຍທີ່ມີຄວາມສ່ຽງສູງກ່ວາໝູ່, ຍູ້ແຮງການປ່ຽນແປງໃໝ່ການສຶກສາບຳລຸງສ້າງ, ເພີ່ມທະວີທັກສະ, ຄວາມສາມາດໃນການຮຽນດ້ວຍຕົນເອງ ແລະ ການປັບຕົວໃຫ້ຜູ້ອອກແຮງງານເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນສະພາບການໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ