ຫວຽດ​ນາມ ນັບ​ມື້​ນັບ​ມີ​ກຳ​ລັງ​ດຶງ​ດູດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ​ອັງ​ກິດ

(VOVWORLD) -ມີ ນັກລົງທຶນ, ທະນາຄານ, ວິສາຫະກິດ, ວິສະວະກອນ…ເກືອບ 200 ຄົນເຊິ່ງແມ່ນບັນດາຜູູ້ທີ່ມີຄວາມສົນໃຈຕໍ່ ຫວຽດນາມໄດ້ເຂົ້າຮ່ວມເຫດການແນະນຳກ່ຽວກັບບັນດາໂອກາດ, ຜົນງານໃນການພັດທະນາ ແລະ ຄວາມສາມາດບົ່ມຊ້ອນຂອງ ຫວຽດນາມ ໂດຍ ຫວຽດນາມ - UK Network ຈັດຕັ້ງຂຶ້ນຢູ່ ລອນດອນ ໃນຕອນຄ່ຳວັນທີ 2 ຕຸລາ.
ຫວຽດ​ນາມ ນັບ​ມື້​ນັບ​ມີ​ກຳ​ລັງ​ດຶງ​ດູດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ​ອັງ​ກິດ - ảnh 1ກອງປະຊຸມສຳມະນາ "ຫວຽດນາມ: ໂອກາດ, ການພັດທະນາ, ຄວາມສາມາດບົ່ມຊ້ອນ" ໄດ້ດຳເນີນຢູ່ສູນ ລອນດອນໃນຕອນຄ່ຳວັນທີ 2 ຕຸລາ ດຶງດູດໄດ້ການເຂົ້າຮ່ວມວິສາຫະກິດຢ່າງຫຼວງຫຼາຍ (ພາບ: Vietnam+)

ບັນດາຜູ້ເຂົ້າຮ່ວມເຫດການໄດ້ຮັບຟັງບັນດານັກບັນລະຍາຍ ຫວຽດນາມ ແລະ ຕ່າງປະເທດເວົ້າເຖິງບັນດາບາດກ້າວພັດທະນາກະໂດດຂັ້ນຂອງ ຫວຽດນາມ ຜ່ານບັນດາເລື່ອງລາວທີ່ມີຊີວິດຊີວາກ່ຽວກັບການດຳລົງຊີວິດ ແລະ ບັນດາແນວຄວາມຄິດຂອງ ແມ່ຍິງ ຫວຽດນາມຍຸກປັດຈຸບັນ. ການເຕີບໂຕເສດຖະກິດຢູ່ລະດັບສູງຢ່າງລຽນຕິດໃນຫຼາຍປີທີ່ຜ່ານມາໄດ້ເຮັດໃຫ້ຫວຽດນາມນັບມື້ນັບມີກຳລັງດຶງດູດຢ່າງແຮງສຳລັບບັນດານັກລົງທຶນຕ່າງປະເທດເວົ້າລວມ ແລະ ບັນດານັກລົງທຶນອັງກິດເວົ້າສະເພາະ. ທ່ານນາງ ຟ້າມບ໋າວຮ່າ ຫົວໜ້າຄະນະຈັດຕັ້ງເຫດການໃຫ້ຮູ້ວ່າຫົວຂໍ້ແມ່ຍິງໃນການດຳເນີນທຸລະກິດແມ່ນຂົງເຂດທີ່ຫາກໍ່ໄດ້ຮັບຄວາມສົນໃຈຂອງ ຫວຽດນາມ - UK Network ເພື່ອແນໃສ່ເປີດກ້ວາງຜົນສະທ້ອນກໍ່ຄືຍູ້ແຮງການເຄື່ອນໄຫວເຕົ້າໂຮມບັນດາຜູ້ທີ່ຢາກປະກອບສ່ວນເຂົ້າໃນການສ້າງການພົວພັນຮ່ວມມືມິດຕະພາບ ແລະ ເສດຖະກິດກັບ ຫວຽດນາມ.

        ທີ່ກອງປະຊຸມສຳມະນາ, ທ່ານນາງ Rachel Hill, ຜູ້ອຳນວຍການຮັບຜິດຊອບຕະຫຼາດເອີລົບສັງເກດກອງທຶນ Dragon Capital ໃຫ້ຂໍ້ສັງເກດວ່າ ລັດຖະບານ ອັງກິດຈະຍູ້ແຮງການໜູນຊ່ວຍບັນດາວິສາຫະກິດ ອັງກິດມາລົງທຶນຢູ່ ຫວຽດນາມໃນຊຸມປີຈະມາເຖິງ. ພ້ອມທັງໃຫ້ຮູ້ວ່າ “ນີ້ແມ່ນໂອກາດທີ່ດີທີ່ສຸດສຳລັບບັນດາວິສາຫະກິດ ອັງກິດ ຍ້ອນວ່າ ຫວຽດນາມແມ່ນໜຶ່ງໃນບັນດາຈຸດນັດພົບທີ່ດີໃຫ້ແກ່ບັນດານັກລົງທຶນທັງໝົດ”.

ຕອບກັບ

ຂ່າວ/ບົດ​ອື່ນ