ຫວຽດນາມ ປະກອບຄຳເຫັນສຳຄັນຫຼາຍຂໍ້ທີ່ວາລະປະຊຸມຄະນະກຳມະການ AIPA

(VOVWORLD) - ທີ່ວາລະປະຊຸມຄະນະກຳມະການບັນດາບັນຫາການເມືອງ, ເມືື່ອປຶກສາຫາລື, ແລກປ່ຽນຄຳເຫັນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ
ຫວຽດນາມ ປະກອບຄຳເຫັນສຳຄັນຫຼາຍຂໍ້ທີ່ວາລະປະຊຸມຄະນະກຳມະການ AIPA - ảnh 1(ວາລະປະຊຸມຄະນະກຳມະການບັນດາບັນຫາການເມືອງ)

        ວັນທີ 08 ສິງຫາ, ຢູ່ ຈາກາຕາ, ປະເທດ ອິນໂດເນເຊຍ, ໃນຂອບເຂດກອງປະຊຸມ AIPA-44 ໄດ້ຈັດບັນດາວາລະປະຊຸມຂອງ: ຄະນະກຳມະການບັນດາບັນຫາການເມືອງ, ຄະນະກຳມະການບັນດາບັນຫາເສດຖະກິດ ແລະ ຄະນະກຳມະການບັນດາບັນຫາສັງຄົມຂອງຂອງ AIPA.

        ທີ່ວາລະປະຊຸມຄະນະກຳມະການບັນດາບັນຫາການເມືອງ, ເມືື່ອປຶກສາຫາລື, ແລກປ່ຽນຄຳເຫັນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ຄະນະຜູ້ແທນ ຫວຽດນາມ ໄດ້ຢືນຢັນຄືນໃໝ່ທັດສະນະ, ຫຼັກໝັ້ນລວມຂອງ ຫວຽດນາມ ແລະ ອາຊຽນ, ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ຄວາມປອດໄພ ແລະ ຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ ສອດຄ່ອງກັບບັນດາຫຼັກການຂອງກົດໝາຍສາກົນ ເຊິ່ງໄດ້ຮັບການຮັບເອົາຢ່າງກວ້າງຂວາງ; ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ບັນລຸປະສິດທິຜົນ, ຮັກສາ ແລະ ຊຸກຍູ້ສະພາບແວດລ້ອມແຫ່ງຄວາມສະດວກເພື່ອບັນລຸໄດ້ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງແທດຈິງ, ບັນລຸປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ.

        ທີ່ກອງປະຊຸມຄະນະກຳມະການສົງຄົມ, ຄະນະຜູ້ແທນ ຫວຽດນາມ ໄດ້ຢືນຢັນວ່າ ການເຕີບໂຕຂຽວແມ່ນເນື້ອໃນສຳຄັນຂອງການພັດທະນາແບບຍືນຍົງ, ແມ່ນວິວັດການພັດທະນາໂດຍມີການສົມທົບກັນຢ່າງແໜ້ນແຟ້ນ, ເໝາະສົມ ແລະ ກົມກ່ຽວລະຫວ່າງການພັດທະນາເສດຖະກິດ - ສັງຄົມກັບການປົກປັກຮັກສາສິ່ງແວດລ້ອມ. ສະນັ້ນ, ຫວຽດນາມ ສະໜັບສະໜູນການລະດົມການກະທຳລັດຖະສະພາເພື່ອຊຸກຍູ້ວຽກງານສີຂຽວ ແລະ ທັກສະເພື່ອໜູນຊ່ວຍວິວັດທະນາການຫັນເສດຖະກິດເປັນສີຂຽວ.

        ທີ່ວາລະປະຊຸມຄະນະກຳມະການບັນດາບັນຫາເສດຖະກິດ, ບັນດາຄະນະກຳມະການເສດຖະກິດ, ສະມາຊິກສະພາແຫ່ງຊາດບັນດາປະເທດໄດ້ປຶກສາຫາລືຮ່າງມະຕິ 2 ສະບັບໂດຍ ຫວຽດນາມ ນຳສະເໜີ, ລວມມີ: ຍູ້ແຮງການປ່ຽນແປງໃໝ່, ຖ່າຍຖອດ, ນຳໃຊ້ ແລະ ພັດທະນາວິທະຍາສາດ ແລະ ເຕັກໂນໂລຊີໃຫ້ແກ່ການເຕີບໂຕ ແລະ ພັດທະນາແບບຍືນຍົງ…

ຕອບກັບ

ຂ່າວ/ບົດ​ອື່ນ