ຫວຽດ​ນາມ ລົງ​ນາມ​​ສັນ​ຍາ​ອະ​ນຸ​ລັກ​ຮັກ​ສາ ແລະ ນຳ​ໃຊ້​ຊີ​ວະ​ນາໆ​ພັນ​ແບບ​ຍືນ​ຍົງ​ຢູ່​ທະ​ເລ ນອນ​ຢູ່ນອກ​ສິດ​ອຳ​ນາດ​ສານ​ແຫ່ງ​ຊາດ

(VOVWORLD) - ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທຳອິດ ທີ່ລົງນາມສັນຍາສະບັບນີ້ ເຊິ່ງສົ່ງສານຢ່າງແຮງກ່ຽວກັບເລື່ອງ ຫວຽດນາມ ແມ່ນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ.
ຫວຽດ​ນາມ ລົງ​ນາມ​​ສັນ​ຍາ​ອະ​ນຸ​ລັກ​ຮັກ​ສາ ແລະ ນຳ​ໃຊ້​ຊີ​ວະ​ນາໆ​ພັນ​ແບບ​ຍືນ​ຍົງ​ຢູ່​ທະ​ເລ ນອນ​ຢູ່ນອກ​ສິດ​ອຳ​ນາດ​ສານ​ແຫ່ງ​ຊາດ - ảnh 1ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ລົງນາມ ສັນຍາ (ພາບ: VGP)

ໃນຂອບເຂດການເຄື່ອນໄຫວຂອງສັບປະດາຂັ້ນສູງ ສະມັດຊາໃຫຍ່ ສປຊ ຊຸດທີ 78, ວັນທີ 20 ກັນຍາ, ຕາມເວລາທ້ອງຖິ່ນ, ຢູ່ນິວຢອກ, ອາເມລິກາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ລົງນາມ ສັນຍາ ວ່າດ້ວຍການອະນຸລັກຮັກສາ ແລະ ນຳໃຊ້ຊີວະນາໆພັນແບບຍືນຍົງຢູ່ເຂດທະເລນອນຢູ່ນອກສິດອຳນາດສານແຫ່ງຊາດ. ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທຳອິດ ທີ່ລົງນາມສັນຍາສະບັບນີ້ ເຊິ່ງສົ່ງສານຢ່າງແຮງກ່ຽວກັບເລື່ອງ ຫວຽດນາມ ແມ່ນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ຮ່ວມແຮງຮ່ວມໃຈພ້ອມກັບບັນດາປະເທດໃນໂລກແກ້ໄຂບັນດາບັນຫາທົ່ວໂລກ, ປະກອບສ່ວນເຂົ້າໃນສັນຕິພາບ, ວັດທະນາຖາວອນ ແລະ ການພັດທະນາແບບຍືນຍົງ. ການຮັບຮອງເອົາ ແລະ ເຊັນສັນຍາສະບັບນີ້ແມ່ນຂີດໝາຍປະຫວັດສາດ ໃນຄວາມມານະພະຍາຍາມຂອງປະຊາຄົມສາກົນກ່ຽວກັບການປົກປັກຮັກສາສິ່ງແວດລ້ອມທະເລ, ໃນສະພາບການປະຕິບັດໂຄງການດຳເນີນງານ 2030, ພິເສດແມ່ນເປົ້າໝາຍພັດທະນາແບບຍືນຍົງ ເລກທີ 14 ກ່ຽວກັບການອະນຸລັກຮັກສາ ແລະ ນຳໃຊ້ທະເລ ແລະ ຊັບພະຍາກອນທະເລແບບຍືນຍົງ. ນີ້ແມ່ນສົນທິສັນຍາສະບັບທີ 3 ທີ່ໄດ້ຮັບການເຈລະຈາ ແລະ ລົງນາມໃນຂອບເຂດສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982, ຢັ້ງຢືນຄືນໃໝ່ບົດບາດ, ລະດັບຄວາມສຳຄັນຂອງສັນຍາ ດ້ວຍຖານະແມ່ນກອບນິຕິກຳ ໃຫ້ແກ່ທຸກການເຄື່ອນໄຫວຢູ່ທະເລ ແລະ ມະຫາສະໝຸດ. ສັນຍາຈະມີຜົນສັກສິດພາຍຫຼັງທີ່ມີ 60 ປະເທດໃຫ້ສັດຕະຍາບັນ, ອະນຸມັດ.

ຕອບກັບ

ຂ່າວ/ບົດ​ອື່ນ