ຫວຽດ​ນາມ ລອດ​ເຂົ້າ​​ກຸ່ມ 10 ປະ​ເທດ​ທີ່​​ສະ​ໜອງ​ສິນ​ຄ້າຫຼາຍ​ທີ່​ສຸດ​ໃຫ້​ແກ່​ຕະຫຼາດ ອີ​ຢູ

(VOVWORLD) -        ສັນຍາ EVFTA ສວມບົດບາດສຳຄັນ, ສ້າງກຳລັງຢືດຢຸ່ນໃຫ້ແກ່ການຄ້າ, ການລົງທຶນລະຫວ່າງ ຫວຽດນາມ ແລະ ສະຫະພາບເອີຣົບ (ອີຢູ) ໃນສະພາບເປັນປົກກະຕິໃໝ່ ແລະ ຍາດແຍ່ງກາລະໂອກາດໃໝ່ ຕໍ່ໜ້າທ່າອ່ຽງຟື້ນຟູເສດຖະກິດທົ່ວໂລກ. ນີ້ແມ່ນເນື້ອໃນໄດ້ເນັ້ນໜັກຢູ່ເວທີປາໄສການຄ້າ ຫວຽດນາມ - ສະຫະພາບເອີຣົບ ເຊິ່ງຖືກຈັດຂຶ້ນໃນຕອນເຊົ້າວັນທີ 27 ຕຸລາ, ຢູ່ຮ່າໂນ້ຍ.
ຫວຽດ​ນາມ ລອດ​ເຂົ້າ​​ກຸ່ມ 10 ປະ​ເທດ​ທີ່​​ສະ​ໜອງ​ສິນ​ຄ້າຫຼາຍ​ທີ່​ສຸດ​ໃຫ້​ແກ່​ຕະຫຼາດ ອີ​ຢູ - ảnh 1ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ດັ້ງຮວ່າງແອັງ ກ່າວຄຳເຫັນທີ່ເວທີປາໄສ (ພາບ: hanoimoi.com.vn)

ຫວຽດນາມ ໄດ້ບືນຕົວຂຶ້ນກາຍເປັນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງ ອີຢູ ໃນພາກພື້ນ ອາຊຽນ ແລະ ຖືກຈັດເຂົ້າໃນກຸ່ມ 10 ປະເທດທີ່ສະໜອງສິນຄ້າຫຼາຍທີ່ສຸດໃຫ້ຕະຫຼາດນີ້, ດ້ວຍສິນຄ້າປະເພດຕ່າງໆຄື ຜະລິດຕະພັນກະເສດ, ສິນໃນນ້ຳ, ເຄື່ອງຕຳແຜ່ນຕັດຫຍິບ, ເກີບໜັງ… ເຫຼົ່ານີ້ເປັນຕົ້ນ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນກຳລັງແຂ່ງຂັນ ແລະ ອັດຕາສ່ວນສິນຄ້າຂອງ ຫວຽດນາມ ໃນຕະຫຼາດທີ່ເຄັ່ງຄັດນີ້ໄດ້ຮັບການປົວແປງຂຶ້ນຢ່າງເຫັນໄດ້ຊັດ. ນີ້ແມ່ນບ່ອນອີງໃຫ້ແກ່ການຢືດຢຸ່ນທາງການຄ້າ, ການລົງທຶນຂອງ ຫວຽດນາມ ແລະ ອີຢູ ໃນໄລຍະເກີດໂລກລະບາດ ກໍຄື ໃນໄລຍະຟື້ນຟູ. ລະອຽດ, ເຖິງວ່າການແຜ່ລະບາດຮອບທີ 4 ຂອງໂລກລະບາດໂຄວິດ - 19 ໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງເຖິງບັນດາເຂດສົ່ງອອກຈຸດສຸມພາກໃຕ້  ຫວຽດນາມ ກໍຕາມ, ແຕ່ 9 ເດືອນຜ່ານມາ, ວົງເງິນການຄ້າສອງສົ້ນ ລະຫວ່າງ ຫວຽດນາມ ແລະ ອີຢູ ຍັງມີການເຕີບໂຕພໍສົມຄວນ, ນັບທັງເມື່ອທຽບໃສ່ໄລຍະກ່ອນເກີດໂລກລະບາດ ບັນລຸ 41,3 ຕື້ USD ເພີ່ມຂຶ້ນ 13,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ຈຳນວນໂຄງການລົງທຶນຊັກຊ້າລົງ ແຕ່ຍັງຮັກສາໄວ້ໄດ້ກວ່າ 2.200 ໂຄງການ, ເພີ່ມຂຶ້ນ 164 ໂຄງການ ເມື່ອທຽບໃສ່ໄລຍະດຽວກັນ ດ້ວຍທຶນຈົດທະບຽນບັນລຸກວ່າ 22,2 ຕື້ USD.

        ກ່າວຄຳເຫັນທີ່ເວທີປາໄສ, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ດັ້ງຮວ່າງແອັງ ເນັ້ນໜັກວ່າ:

        “ການຄ້າເອເລັກໂຕນິກໄດ້ກາຍເປັນຈຸດພົ້ນເດັ່ນ ໃນຂະນະທີ່ແບບວິທີການຄ້າທີ່ມີມາແຕ່ດົນນານຖືກຈຳກັດຍ້ອນໂລກລະບາດ. ລັດຖະບານຫຼາຍປະເທດໃນໂລກເວົ້າລວມ, ບັນດາປະເທດ ອີຢູ ແລະ ຫວຽດນາມ ເວົ້າສະເພາະໄດ້ວາງມາດຕະການຊຸກຍູ້ເສດຖະກິດດີຈີຕອນ, ພິເສດແມ່ນການຄ້າເອເລັກໂຕນິກ, ກາຍເປັນໜຶ່ງໃນບັນດາຂົງເຂດທີ່ໃຫ້ບຸລິມະສິດໃນຍຸດທະສາດຟື້ນຟູເສດຖະກິດຫຼັງໂລກລະບາດ, ເປີດແງ່ຫວັງແກການແລກປ່ຽນຄ້າຂາຍຂ້າມຊາຍແດນທີ່ມີຄວາມສາມາດບົ່ມຊ້ອນໃນໄລຍະຈະມາເຖິງ”.

ຕອບກັບ

ຂ່າວ/ບົດ​ອື່ນ