ຫວຽດ​ນາມ ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ວິ​ກິດ​ການ​ດ້ານ​ມະ​ນຸດ​ສະ​ທຳ​ຢ່າງ​ຮ້າຍ​ແຮງ​ຢູ່ ຊີ​ຣີ

(VOVWORLD) -ວັນທີ 25 ກຸມພາ, ທີ່ກອງປະຊຸມຂອງສະພາຄວາມໝັ້ນຄົງ ສປຊ, ທ່ານ Mark Lowcock ຮອງເລຂາທິການໃຫຍ່ ສປຊ ຮັບຜິດຊອບບັນຫາມະນຸດສະທຳ ໄດ້ກ່າວເຕືອນສະພາບວິກິດການ ດ້ານມະນຸດສະທຳຢູ່ ຊີຣີ ໄດ້ຂຶ້ນເຖິງລະດັບຮ້າຍແຮງແລ້ວ.
ຫວຽດ​ນາມ ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ວິ​ກິດ​ການ​ດ້ານ​ມະ​ນຸດ​ສະ​ທຳ​ຢ່າງ​ຮ້າຍ​ແຮງ​ຢູ່ ຊີ​ຣີ - ảnh 1ກອງປະຊຸມທາງອອນລາຍຂອງສະພາຄວາມໝັ້ນຄົງ ສປຊກ່ຽວກັບສະພາບການຢູ່ ຊີຣີ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ໄດ້ແບ່ງປັນຄວາມວິຕົກກັງວົນລວມຂອງບັນດາສະມາຊິກ ສະພາຄວາມໝັ້ນຄົງ ສປຊ ກ່ຽວກັບສະພາບການມະນຸດສະທຳ ທີ່ນັບມື້ນັບຮ້າຍແຮງຂຶ້ນຕື່ມຢູ່ ຊີຣີ, ພິເສດແມ່ນ ສະພາບການຂາດຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ຜົນກະທົບ ຈາກວິກິດການດ້ານເສດຖະກິດຢ່າງຮ້າຍແຮງຄືໃນປັດຈຸບັນ ຕໍ່ປະຊາຊົນ ຊີຣີ. ທ່ານ ດັ້ງດິ່ງກຸ໊ຍ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍຢູ່ ຊີຣີ ຈົ່ງເພີ່ມທະວີການຮ່ວມມື ເພື່ອແນໃສ່ຮັບປະກັນການໜູນຊ່ວຍດ້ານມະນຸດສະທຳ ເຊິ່ງບໍ່ໃຫ້ຖືກຂາດວັກຂາດຕອນ ແລະ ໄປເຖິງທຸກເຂດຖືກກັບຈຸດເວລາ. ທ່ານກໍ່ຮຽກຮ້ອງ ເພີ່ມທະວີການໜູນຊ່ວຍສາກົນໃຫ້ປະຊາຊົນ ຊີຣີ, ເນັ້ນໜັກເຖິງຄວາມຈຳເປັນທີ່ຕ້ອງໄດ້ຮັບການໜູນຊ່ວຍສຳຜັດກັບວັກຊິນ ກັນພະຍາດໂຄວິດ - 19 ໃນສະພາບການ ໂລກລະບາດໂຄວິດ - 19 ສືບຕໍ່ມີການຜັນແປຢ່າງສັບສົນຢູ່ປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ