ຫວຽດນາມ ເຂົ້າຮ່ວມກອງປະຊຸມສຳມະນາບັນດາການນຳວັດທະນະທຳສິລະປະຄັ້ງທີ 6

(VOVWORLD) -ກອງປະຊຸມໂດຍມີການເຂົ້າຮ່ວມຂອງຜູ້ແທນທີ່ມາຈາກ 45 ປະທດ ແລະ ເຂດແຄ້ວນເຂົ້າຮ່ວມ.

ຫວຽດນາມ ເຂົ້າຮ່ວມກອງປະຊຸມສຳມະນາບັນດາການນຳວັດທະນະທຳສິລະປະຄັ້ງທີ 6 - ảnh 1 ກອງປະຊຸມໂດຍມີການເຂົ້າຮ່ວມຂອງຜູ້ແທນທີ່ມາຈາກ 45 ປະເທດ ແລະ ເຂດແຄ້ວນເຂົ້າຮ່ວມ

(ພາບ: icd.gov.vn)

ວັນທີ 10 ມີນາ, ຢູ່ນະຄອນ Melaka, ປະເທດມາເລເຊຍ, ໄດ້ດຳເນີນກອງປະຊຸມສຳມະນາຂອງບັນດາການນຳວັດທະນະທຳສິລະປະຄັ້ງທີ 6 ໂດຍສະຫະພັນສາກົນບັນດາສະພາສິລະປະ ແລະ ອົງການວັດທະນະທຳ (IFACCA) ສົມທົບກັບກົມໃຫຍ່ວັດທະນະທຳ, ສິລະປະມາເລເຊຍ (JKKN) ຈັດຕັ້ງ.  ກອງປະຊຸມໂດຍມີການເຂົ້າຮ່ວມຂອງຜູ້ແທນທີ່ມາຈາກ 45 ປະເທດ ແລະ ເຂດແຄ້ວນເຂົ້າຮ່ວມ.

        ທ່ານນາງ ຫງວຽນເຟືອງຮ່ວາ, ຮອງຫົວໜ້າກົມຮ່ວມມືສາກົນ ໄດ້ຮັບການມອບສິດຈາກກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ເຂົ້າຮ່ວມກອງປະຊຸມສຳມະນາ ແລະ ກອງປະຊຸມຂັ້ນສູງສິລະປະຄັ້ງທີ 8 ຢູ່ກົວລາລຳເປີ ໃນລະຫວ່າງວັນທີ 11 – 14 ມີນາ. ທີ່ກອງປະຊຸມຂັ້ນສູງ, ທ່ານນາງ ຫງວຽນເຟືອງຮ່ວາ ຈະເປັນປະທານບໍລິຫານວາລະປຶກສາຫາລືດ້ວຍຫົວຂໍ້ວ່າ “ທັດສະນະຂ້າມຊາດກ່ຽວກັບຄວາມໝັ້ນຄົງ ແລະ ອະນາຄົດຂອງການຮ່ວມມືສາກົນ”.

ຕອບກັບ

ຂ່າວ/ບົດ​ອື່ນ