ຫວຽດນາມ ເຂົ້າຮ່ວມບັນດາລາຍການຂອງກອງປະຊຸມ ABAC ຄັ້ງທີ 3 ຢ່າງຕັ້ງໜ້າ

(VOVWORLD) - ກ່າວຄຳເຫັນທີ່ວາລະປະຊຸມຂອງກອງປະຊຸມສະພາທີ່ປຶກສາວິສາຫະກິດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟີກ (APEC) ຄັ້ງທີ 3 (ABAC) ທີ່ນະຄອນ Toronto, ການາດາ
ຫວຽດນາມ ເຂົ້າຮ່ວມບັນດາລາຍການຂອງກອງປະຊຸມ ABAC ຄັ້ງທີ 3 ຢ່າງຕັ້ງໜ້າ - ảnh 1ຫວຽດນາມ ເຂົ້າຮ່ວມບັນດາລາຍການຂອງກອງປະຊຸມ ABAC(ພາບ: TTXVN)

ທ່ານ ບູ່ຍແທນເຊີນ ຫົວໜ້າຄະນະ ຫວຽດນາມ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ລາຍງານກ່ຽວກັບວິວັດທະນາການ ຂອງ APEC ໃນເຄິ່ງຕົ້ນປີນີ້. ເປັນຕົ້ນແມ່ນບັນດາໝາກຜົນທີ່ບັນລຸໄດ້ໃນກອງປະຊຸມ SOM 2 ແລະ ບັນດາກອງປະຊຸມກ່ຽວຂ້ອງ ຢູ່ ສ.ເກົາຫຼີ, ກອງປະຊຸມຂອງບັນດາລັດຖະມົນຕີກະຊວງການຄ້າ APEC ຢູ່ ຮ່າໂນ້ຍ ແລະ ບັນດາຄາດຄະເນໃຫ້ ກອງປະຊຸມ SOM 3 ຈະດຳເນີນທີ່ນະຄອນ ໂຮ່ຈີ໋ມີນ ໃນເດືອນ 8 ຈະມາເຖິງ. ທ່ານ ຮອງລັດຖະມົນຕີ ບູ່ຍແທນເຊີນ ຮຽກຮ້ອງ ABAC ແລະ ປະຊາຄົມວິສາຫະກິດ APEC ສືບຕໍ່ເຂົ້າຮ່ວມບັນດາການເຄື່ອນໄຫວຂອງ APEC ໃນປີນີ້ ຢ່າງຕັ້ງໜ້າ.

ກອງປະຊຸມ ABAC ຄັ້ງທີ 3 ດຳເນີນໄປໃນເວລາ 5 ວັນ (24 – 28/7) ດ້ວຍກອງປະຊຸມສຳຄັນຫຼາຍຢ່າງ ແລະເປັນກອງປະຊຸມສຸດທ້າຍໃນປີນີ້ພາຍຫຼັງບັນດາສະມາຊິກຍື່ນສະເໜີບົດລາຍງານລາຍລະອຽດກ່ຽວກັບບັນດາບຸລິມະສິດຂໍ້ສະເໜີແນະຕໍ່ບັນດາການນຳ APEC ທີ່ກອງປະຊຸມຂັ້ນສຸດຍອດໃນທ້າຍປີນີ້ ຢູ່ ຫວຽດນາມ. ABAC ວາງອອກ ບຸລິມະສິດ 4 ຢ່າງ ໃນປີ 2017, ລວມມີ ເຮັດໃຫ້ການເຊື່ອມໂຍງເສດຖະກິດໃນພາກພື້ນເລິກເຊິ່ງ; ນຳ ມາການເຕິບໂຕແບບຍືນຍົງ, ຫົວຄິດປະດິດສ້າງ ແລະ ຮອບດ້ານ; ເພີ່ມທະວີລັກສະນະແກ່ງແຍ້ງຂອງບັນດາວິສາຫະກິດ MSME ແລະ ສົ່ງເສີມຫົວຄິດປະດິດສ້າງ ໃນສັງກາດດິຈີຕອນ; ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ຊຸກຍູ້ກະສິກຳແບບຍືນຍົງ, ບໍ່ສົ່ງມົນລະພິດເຖິງສິ່ງແວດລ້ອມ.

ຕອບກັບ

ຂ່າວ/ບົດ​ອື່ນ