ຫວຽດນາມ ເຂົ້າຮ່ວມວາລະປະຊຸມກ່ຽວກັບບັນດາບັນຫາມະນຸດສະທຳຂອງສະພາເສດຖະກິດ - ສັງຄົມ ສປຊ

(VOVWORLD) - ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການເຄື່ອນໄຫວໜູນຊ່ວຍມະນຸດສະທຳ ແລະ ບົດບາດຂອງບັນດາອົງການ ສປຊ ໃນຂົງເຂດນີ້.
ຫວຽດນາມ ເຂົ້າຮ່ວມວາລະປະຊຸມກ່ຽວກັບບັນດາບັນຫາມະນຸດສະທຳຂອງສະພາເສດຖະກິດ - ສັງຄົມ ສປຊ - ảnh 1ວາລະປະຊຸມກ່ຽວກັບບັນດາບັນຫາມະນຸດສະທຳຂອງສະພາເສດຖະກິດ - ສັງຄົມ ສປຊ

ໃນລະຫວ່າງວັນທີ 21 – 23 ມິຖຸນາ, ສະພາເສດຖະກິດ - ສັງຄົມ ສປຊ (ECOSOC) ໄດ້ຈັດຕັ້ງວາລະປະຊຸມກ່ຽວກັບບັນດາບັນຫາມະນຸດສະທຳດ້ວຍຫົວຂໍ້ວ່າ “ເພີ່ມທະວີການໜູນຊ່ວຍມະນຸດສະທຳ: ພຶດຕິກຳຕົວຈິງທີ່ດີ ແລະ ການເຄື່ອນໄຫວປະຕິບັດກົດໝາຍວ່າດ້ວຍມະນຸດສະທຳສາກົນ, ການຟື້ຶ້ນຟູພາຍຫຼັງໂລກລະບາດໂຄວິດ - 19 ແລະ ຮັບມືກັບວິກິດການກ່ຽວກັບດິນຟ້າອາກາດ”.

        ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການເຄື່ອນໄຫວໜູນຊ່ວຍມະນຸດສະທຳ ແລະ ບົດບາດຂອງບັນດາອົງການ ສປຊ ໃນຂົງເຂດນີ້. ດັ່ງນັ້ນ, ຢູ່ຂອບເຂດທົ່ວໂລກ, ຫວຽດນາມ ໄດ້ສະໜັບສະໜູນຈຳນວນເງິນ 500.000 USD ໃນປີ 2022 ໃຫ້ແກ່ກອງທຶນມະນຸດສະທຳຂອງ ສປຊ ແລະ 1 ລ້ານ USD ໃຫ້ແກ່ກົນໄກ COVAX. ຢູ່ພາກພື້ນ, ຫວຽດນາມ ກໍ່ພວມພ້ອມກັບບັນດາປະເທດສະມາຊິກ ອາຊຽນ ຜ່ານສູນປະສານງານ ອາຊຽນ ກ່ຽວກັບການໜູນຊ່ວຍມະນຸດສະທຳ ແລະ ຄຸ້ມຄອງໄພພິບັດ (AHA) ແລະ ບັນດາອົງການ ສປຊ ໜູນຊ່ວຍມະນຸດສະທຳໃຫ້ແກ່ຊາວ ມຽນມາ. ທ່ານເອກອັກຄະລັດຖະທູດ ຢັ້ງຢືນວ່າ: ສັນຕິພາບ ແລະ ສະຖຽນລະພາບ ແມ່ນເງື່ອນໄຂຕັດສິນຊີ້ຂາດເພື່ອຮັບປະກັນການສຳຜັດມະນຸດສະທຳຢ່າງປອດໄພ ແລະ ບໍ່ຖືກຕັດຕອນຕໍ່ຜູ້ທີ່ຕ້ອງການຄວາມຊ່ວຍເຫຼືອ.

ຕອບກັບ

ຂ່າວ/ບົດ​ອື່ນ