ຫວຽດນາມ ເຂົ້າຮ່ວມສັບປະດາວັດທະນະທຳສາກົນ ຢູ່ເມັກຊີໂກ

ຫວຽດນາມ ເຂົ້າຮ່ວມສັບປະດາວັດທະນະທຳສາກົນ ຢູ່ເມັກຊີໂກ - ảnh 1
ຮ້ານ​ວາງ​ສະ​ແດງ​ຂອງ​ຫວຽດ​ນາມ
(ພ​າ​ບ: Vietnam+)

(vovworld) - ແຕ່​ວັນ​ທີ 24 – 26/3, ສະ​ຖານ​​ທູ​ດ ຫວຽດ​ນາມ ​ປະ​ຈຳ ເມກ​ຊີ​ໂກ ພ້ອມ​ກັບ​ບັນ​ດາ​ອົງ​ການ​ຜູ້​ຕາງ​ໜ້າ​ການ​ທູດ ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ​ປະ​ຈຳ​ເ​ມັກ​ຊີ​ໂກ ​ແມ່ນ ໄທ, ຟີ​ລິບ​ປິນ ແລະ ອິ​ນ​ໂດ​ເນ​ເຊຍ, ​ໄດ້ເຂົ້າ​ຮ່ວມ​ສັບ​ປະ​ດາ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທ​​ຳສາ​ກົນ Naucalpan ປີ 2017, ຢູ່​ສວນ​ສາ​ທາ​ລະ​ນະ Naucalli.

        ​ແລະກໍ່​ໃນ​ຂອບ​ເຂດ​ສັບ​ປະ​ດາ​ການ​ພົວ​ພັນ​ແລກ​ປ່ຽນ​ວັດ​ທະ​ນະ​ທ​ຳ​ສາ​ກົນ Naucalpan, ​ທ່ານ​ນາງ ເລ​ລີງ​ລານ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ພ້ອມ​ກັບ​​ເອ​ກ​ອັກ​ຄະ​ລັດ​ຖະ​ທູດໄທ, ອິນ​ໂດ​ເນ​ເຊຍ ແລະ ຟີ​ລິບ​ປິນ, ຕັດ​ແຖບ​ຜ້າ​ໄຂ​ງານ​ວາງ​ສະ​ແດງ​ຮູບ​ພາບ​ກ່ຽວ​ກັບ​ປະ​ເທດ​ຊາດ, ປະ​ຊາ​ຊົນ, ທິວ​ທັດ​ທຳ​ມະ​ຊາດ ກໍ່​ຄື​ຊີ​ວິດການ​ເປັນ​ຢູ່​ດ້ານ​ວັດ​ທ​ະ​ນະ​ທຳ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ. ຫວຽດ​ນາມ ​ໄດ້ນຳ​ມາ​ໃຫ້​ງານຕະຫຼາດ​ນັດ​ບັນ​ຍາ​ກາດ​ວັດ​ທະ​ນະ​ທຳ​ທີ່​ເຂັ້ມ​ຂົ້ນ​​ໄປ​ດ້ວຍສີ​ສັນ​ຊາດ, ດ້ວຍ​ບັນ​ດາ​ເຄື່ອງ​ຫັດ​ຖະ​ກຳ​ ​ທີ່ຍອດ​ຍິ່ງ​ປະ​ສົມ​ປະ​ສານ​ກັນ​ຊຸດເສື້ອ​ຍາວ, ກຸບ ກໍ່​ຄື​ບັນ​ດາ ເຄື່ອງ​ດື່ມ​, ເຍື່ອງ​ອາ​ຫານພື້ນ​ເມືອງ.


ຂ່າວ/ບົດ​ອື່ນ