ຫວຽດນາມ ເປັນປະເທດແຖວໜ້າໃນບັນດາການເຄື່ອນໄຫວປະຕິຮູບ ສປຊ ໃນທົ່ວໂລກ

(VOVWORLD) - ເມື່ອຕອບສຳພາດຕໍ່ນັກຂ່າວ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນ ຫວຽດນາມ ເຂົ້າຮ່ວມສະຫະປະຊາຊາດ (ສປຊ) (20/09/1977 – 20/09/2017), 
  
ຫວຽດນາມ ເປັນປະເທດແຖວໜ້າໃນບັນດາການເຄື່ອນໄຫວປະຕິຮູບ ສປຊ ໃນທົ່ວໂລກ - ảnh 1 ທ່ານ Kamal Malhotra ຜູ້ປະສານງານຂອງ ສປຊ ປະຈຳ ຫວຽດນາມ (ພາບ: UN)

ທ່ານ Kamal Malhotra ຜູ້ປະສານງານຂອງ ສປຊ ປະຈຳ ຫວຽດນາມ ຖືວ່າ: ນັບແຕ່ເມື່ອເຂົ້າຮ່ວມ ສປຊ (20/07/1977), ຫວຽດນາມ ຕັັັ້ງໜ້າເຂົ້າຮ່ວມບັນດາການພົວພັນຫລາຍຝ່າຍ. ຫລາຍປີຜ່ານມາ, ຫວຽດນາມ ໄດ້ປະຕິບັດ ແລະ ໃຫ້ສັດຕະຍາບັນບັນດາສົນທິສັນຍາຂອງ ສປຊ, ລວມທັງບັນດາສົນທິສັນຍາສາກົນກ່ຽວກັບສິດທິມະນຸດ. ຜູ້ປະສານງານ ທ່ານ Kamal Malhotra ເນັ້ນໜັກວ່າ: ປະຈຸບັນ ການພົວພັນລະຫວ່າງ ສປຊ ແລະ ຫວຽດນາມ ໄດ້ຂະຫຍາຍຕົວ ແລະ ຮອດໄລຍະເປັນຄູ່ຮ່ວມມືສະເໝີພາບກ່ວາ. ທ່ານ Kamal Malhotra ຢືນຢັນວ່າ: ຫວຽດນາມ ແມ່ນປະເທດແຖວໜ້າໃນບັນດາການເຄື່ອນໄຫວປະຕິຮູບ ສປຊ ໃນທົ່ວໂລກ. ຢູ່ລະດັບຊາດ, ຫວຽດນາມ ແມ່ນປະເທດນຳໜ້າໃນການປະຕິຮູບ ສປຊ. ຍ້ອນວ່າ ບັນດາຄຳໝັ້ນສັນຍາດ້ານການເມືອງຢ່າງແຂງແກ່ນຂອງບັນດາການນຳ ຫວຽດນາມ ຊຶ່ງ ສປຊ ແລະ ຫວຽດນາມ ກໍ່ແມ່ນອົງການຈັດຕັ້ງນຳໜ້າກ່ຽວກັບການປະຕິຮູບ ໃນທົ່ວໂລກ.

        ຕາມທ່ານ Kamal Malhotra ແລ້ວ, ເລື່ອງ ຫວຽດນາມ ອອກສະໝັກຮັບເລືອກຕັ້ງເປັນສະມາຊິກບໍ່ປະຈຳການຂອງສະພາຄວາມໝັ້ນຄົງອາຍຸການ 2020 – 2021 ໄດ້ຮັບການໜູນຊ່ວຍ ແລະ ສະໜັບສະໜູນຈາກ ສປຊ.

ຕອບກັບ

ຂ່າວ/ບົດ​ອື່ນ