ຫວຽດນາມ ແບ່ງປັນບັນດາຜົນງານທີ່ໜ້າຊຶ່ນຊົມໃນການປ້ອງກັນ, ຊຸກຍູ້ສິດພົນລະເຮືອນ ແລະ ການເມືອງ

(VOVWORLD) -  ສິ່ງທີ່ສຳຄັນກ່ວາໝູ່, ທຸກຄວາມມານະພະຍາຍາມໃນການປະຕິຮູບຂອງ ຫວຽດນາມ ໄດ້ດຳເນີນໄປໃນຄວາມສັນຕະພາບ ແລະ ໄດ້ຮັບການສະໜັບສະໜູນຈາກປະຊາຊົນ ຫວຽດນາມ.
ຫວຽດນາມ ແບ່ງປັນບັນດາຜົນງານທີ່ໜ້າຊຶ່ນຊົມໃນການປ້ອງກັນ, ຊຸກຍູ້ສິດພົນລະເຮືອນ ແລະ ການເມືອງ - ảnh 1ທີ່ກອງປະຊຸມພິຈາລະນາບົດລາຍງານແຫ່ງຊາດຄັ້ງທີ 3 ຂອງ ຫວຽດນາມ (ພາບ: TTXVN)

ວັນທີ 11 ມີນາ, ຢູ່ ເຊີແນວ (ສະວິດ), ຄະນະກຳມະການສິດທິມະນຸດຂອງສະຫະປະຊາຊາດ (ສປຊ) ໄດ້ຈັດຕັ້ງກອງປະຊຸມພິຈາລະນາບົດລາຍງານແຫ່ງຊາດຄັ້ງທີ 3 ຂອງ ຫວຽດນາມ ກ່ຽວກັບການປະຕິບັດ ສົນທິສັນຍາສາກົນ ກ່ຽວກັບບັນດາສິດພົນລະເຮືອນ ແລະ ການເມືອງ (ICCPR). ກ່າວຄຳເຫັນຢູ່ກອງປະຊຸມ, ທ່ານ ຫງວຽນແຄງງອກ ຮອງລັດຖະມົນຕີກະຊວງ ຍຸຕິທຳ ຫວຽດນາມ ໄດ້ເນັ້ນໜັກເຖິງບັນດາການປະຕິຮູບ ແລະ ການປ່ຽນແປງຢ່າງແຮງບໍ່ພຽງແຕ່ ໃນຂົງເຂດການຄ້າ ແລະ ເສດຖະກິດເທົ່ານັ້ນ ຫາກຍັງຢູ່ບັນດາຂົງເຂດທີ່ສັບສົນກ່ວາອີກຄື ກົດໝາຍ, ຍຸຕິທຳ, ບໍ່ຈຳແນກ - ປະພຶດ, ການບໍລິຫານສາທາລະນະ, ການຊຸກຍູ້ ແລະ ປ້ອງກັນບັນດາ ສິດ ແລະ ເສລິພາບພື້ນຖານຂອງມະນຸດອີກດ້ວຍ. ດັ່ງນັ້ນ, ຊີວິດການເປັນຢູ່ດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ ຫວຽດນາມ ກ່ວາ 90 ລ້ານຄົນໄດ້ຮັບການປ່ຽນແປ່ງຢ່າງໄວ, ມີຄວາມອີ່ມໜຳສຳລານ ສົມບູນພູມສຸກກ່ວາເກົ່າ. ສິ່ງທີ່ສຳຄັນກ່ວາໝູ່, ທຸກຄວາມມານະພະຍາຍາມໃນການປະຕິຮູບຂອງ ຫວຽດນາມ ໄດ້ດຳເນີນໄປໃນຄວາມສັນຕະພາບ ແລະ ໄດ້ຮັບການສະໜັບສະໜູນຈາກປະຊາຊົນ ຫວຽດນາມ.

        ການເຂົ້າຮ່ວມກອງປະຊຸມຄະນະກຳມະການສິດທິມະນຸດຄັ້ງນີ້ຂອງ ຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຈິງໃຈຂອງ ຫວຽດນາມ ໃນການປະຕິບັດພາລະບົດບາດລາຍງານກ່ຽວກັບສະພາບການປະຕິບັດບັນດາຄຳໝັ້ນສັນຍາສາກົນ. ບັນດາຂໍ້ມູນຂອງກອງປະຊຸມຈະຊ່ວຍໃຫ້ບັນດາປະເທດສະມາຊິກຄະນະກຳມະການມີຄວາມເຂົ້າໃຈຢ່າງຈະແຈ້ງບັນດາຄຳໝັ້ນສັນຍາຂອງລັດຖະບານ ຫວຽດນາມ, ບັນດາຜົນງານ ແລະ ຄວາມກ້າວໜ້າທີ່ ຫວຽດນາມ ບັນລຸໄດ້, ກໍ່ຄືບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍທີ່ ຫວຽດນາມ ຕ້ອງປະເຊີນໜ້າໃນການຊຸກຍູ້ ແລະ ປ້ອງກັນບັນດາສິດ ແລະ ເສລິີພາບຢູ່ ຫວຽດນາມ. ກອງປະຊຸມພິຈາລະນາບົດລາຍງານແຫ່ງຊາດຄັ້ງທີ 3 ຂອງ ຫວຽດນາມ ກ່ຽວກັບການປະຕິບັດສົນທິສັນຍາສາກົນ ແລະ ບັນດາສິດພົນລະເຮືອນ ແລະ ການເມືອງໄດ້ສິ້ນສຸດລົງໃນວັນທີ 12 ມີນາ.

ຕອບກັບ

ຂ່າວ/ບົດ​ອື່ນ