ຫວຽດ​ນາມ ແມ່ນ​ປະ​ເທດ​ສະ​ໜອງ​ສະ​ບຽງ​ອາ​ຫານ​ຢ່າງ​ມີ​ຄວາມ​ຮັບຜິດ​ຊອບ, ​ໂປ່ງ​ໃສ ແລະ ຍືນ​ຍົງ

(VOVWORLD) -ຕອນເຊົ້າວັນທີ 18 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມຖະແຫຼງຂ່າວກ່ຽວກັບ “ກອງປະຊຸມທົ່ວໂລກຄັ້ງທີ 4 ລະບົບສະບຽງອາຫານຍືນຍົງ - ເຄືອຂ່າຍໜ່ວຍໂລກດຽວ”. ກອງປະຊຸມ ໂດຍຫວຽດນາມ ເປັນເຈົ້າພາບຈັດຕັ້ງ ແຕ່ວັນທີ 24 – 27 ເມສາ ຢູ່ຮ່າໂນ້ຍ.
ຫວຽດ​ນາມ ແມ່ນ​ປະ​ເທດ​ສະ​ໜອງ​ສະ​ບຽງ​ອາ​ຫານ​ຢ່າງ​ມີ​ຄວາມ​ຮັບຜິດ​ຊອບ, ​ໂປ່ງ​ໃສ ແລະ ຍືນ​ຍົງ - ảnh 1ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫງວຽນຮວ່າງຮຽບ (ພາບ: Minh Long/VOV)

ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວ, ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫງວຽນຮວ່າງຮຽບ ໃຫ້ຮູ້ວ່າ:

        “ຫວຽດນາມ ບໍ່ພຽງແຕ່ເປັນປະເທດທີ່ມີຄວາມຮັບຜິດຊອບເທົ່ານັ້ນ, ຫາກຍັງຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານໃຫ້ໂລກອີກດ້ວຍ. ຫັນປ່ຽນຮູບແບບການຜິດໄປສູ່ສີຂຽວ, ສະອາດ, ມີຄວາມຮັບຜິດຊອບ ເພື່ອປະຕິບັດຄຳໝັ້ນສັນຍາຂອງທ່ານນາຍົກລັດຖະມົນຕີ ຢູ່ທີ່ກອງປະຊຸມສຸດຍອດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຂອງ ສປຊ ປີ  2021 (COP 26) ນັ້ນແມ່ນ ຮອດປີ 2050 ຫວຽດນາມ ຫຼຸດການປ່ອຍອາຍພິດລົງເປັນ “0”, ໃນນັ້ນ ຂະແໜງກະສິກຳກໍຕ້ອງມີຄວາມຮັບຜິດຊອບ”.

        ດ້ວຍຫົວຂໍ້ “ຫັນປ່ຽນລະບົບສະບຽງອາຫານຢ່າງປອດໃສ, ຍືນຍົງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃນສະພາບການວິກິດການໃໝ່”. ໃນກອງປະຊຸມຄັ້ງນີ້ ຈະພິຈາລະນາບັນດາສິ່ງກີດຂວາງ, ຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼັກໆ ກ່ຽວຂ້ອງເຖິງການຫັນປ່ຽນລະບົບສະບຽງອາຫານ ແລະ ນຳສະເໜີມາດຕະການແກ້ໄຂຕ່າງໆ.  

ຕອບກັບ

ຂ່າວ/ບົດ​ອື່ນ