ຫວຽດນາມ ແລະ ຍີ່ປຸ່ນ ເພີ່ມທະວີການຮ່ວມມືໃນຂົງເຂດເຕັກໂນໂລຢີຂ້ໍມູນຂ່າວ

ຫວຽດນາມ ແລະ ຍີ່ປຸ່ນ ເພີ່ມທະວີການຮ່ວມມືໃນຂົງເຂດເຕັກໂນໂລຢີຂ້ໍມູນຂ່າວ - ảnh 1
ຫວຽດນາມ ແລະ ຍີ່ປຸ່ນ ເພີ່ມທະວີການ
ຮ່ວມມືໃນຂົງເຂດເຕັກໂນໂລຢີຂ້ໍມູນຂ່າວ
(ພາບ: vietnam+)

(vovworld) - ຕອນ​ບ່າຍ​ວັນ​ທີ 29/03 ຢູ່​ໂຕ​ກຽວ. ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດວຽກ​ຢູ່ ຍີ່​ປຸ່ນ. ທ່ານ ​ເຈືອງ​ມີ​ງຕ໋ວນ ລັດຖະມົນຕີ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ຫວຽດນາມ ​ໄດ້ພົບ​ປະ​ເຈລະຈາ​ກັບ​ທ່ານ Sanae Takaichi ລັດຖະມົນຕີ​ກະຊວງ​ພາຍ​ໃນ ​ແລະ ຖະ​ແຫຼງຂ່າວ ຍີ່ປຸ່ນ. ທ່ານ ​ເຈືອງ​ມີ​ງຕ໋ວນ ປາດ​ຖະໜາ​ຢາກ​ໃຫ້ 2 ກະຊວງ​ສືບ​ຕໍ່​ສະໜັບສະໜູນ ​ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ວິ​ສາ​ຫະກິດ 2 ປະ​ເທດ​ຮ່ວມ​ມື​ໃນ​ຂົງ​ເຂດຂໍ້​ມູນ​ຂ່າວສານ, ສື່​ມວນ​ຊົນ. ທ່ານ​ລັດຖະມົນຕີ ​ເຈືອງ​ມີ​ງຕ໋ວນ ກ່າວ​ວ່າ ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ ຍີ່ປຸ່ນ ​ໃນ​ບັນດາ​ຂົງ​ເຂດ​ຄື: ຄວາມ​ປອດ​ໄພ​ຂໍ້​ມູນ​ຂ່າວສານ ​ແລະ ປາດ​ຖະໜາ​ຢາກ​ໃຫ້ ຍີ່​ປຸນ ​ບຸລິມະສິດ​ສະຫງວນ​ທຶນ​ໜູນ​ຊ່ວຍ​ພັດທະນາ (ODA) ​ໃຫ້​ບັນດາ​ໂຄງການ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ຂໍ້​ມູນ​ຂ່າວສານຢູ່ ຫວຽດນາມ. ສ່ວນ​ທ່ານ Sanae Takaichi ລັດຖະມົນຕີ​ກະຊວງ​ພາຍ​ໃນ ​ແລະ ຖະ​ແຫຼງຂ່າວ ຍີ່ປຸ່ນ ​ໃຫ້​ຮູ້​ວ່າ: ຍີ່ປຸ່ນ ຈະ​ແບ່ງ​ປັນ​ບົດ​ຮຽນ, ໜູນ​ຊ່ວຍ ຫວຽດນາມ ​ໃນ​ຂົງ​ເຂດ​ຂໍ້​ມູນ​ຂ່າວສານ ​ແລະ ສື່​ມວນ​ຊົນ.

        ສິ້ນ​ສຸດ​ການ​ເຈລະຈາ, ທ່ານ ​ເຈືອງ​ມີ​ງຕ໋ວນ ລັດຖະມົນຕີ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ຫວຽດນາມ ​ແລະ ທ່ານ Sanae Takaichi ລັດຖະມົນຕີ​ກະຊວງ​ພາຍ​ໃນ ​ແລະ ຖະ​ແຫຼງຂ່າວ ຍີ່ປຸ່ນ ​ໄດ້​ເຊັນ​ບົດບັນທຶກ​ຕົກລົງ​ກ່ຽວ​ກັບ​ການ​ສ້າງ​ກຸ່ມ​ປະຕິບັດ​ງານຮ່ວມ ​​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ 2 ກະຊວງ.

 

ຕອບກັບ

ຂ່າວ/ບົດ​ອື່ນ