ຫວຽດນາມ ແລະ ຟີລິບປິນ ຍົກສູງປະສິດທິຜົນການຮ່ວມມືໃນຂົງເຂດຕ່າງໆ

(VOVWORLD) -ແຕ່ວັນທີ 7 ຫາວັນທີ 10 ກໍລະກົດ, ທ່ານລັດຖະມົນຕີການຕ່າງປະເທດ ຟີລິບປິນ Teodoro Lopez Locsin ໄດ້ມາຢ້ຽມຢາມຫວຽດນາມຢ່າງເປັນທາງການ ຕາມຄຳເຊີນຂອງທ່ານຮອງນາຍົກລັດຖະມົນຕີ , ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິງມິນ
        ຫວຽດນາມ ແລະ ຟີລິບປິນ ຍົກສູງປະສິດທິຜົນການຮ່ວມມືໃນຂົງເຂດຕ່າງໆ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານລັດຖະມົນຕີການຕ່າງປະເທດ ຟີລິບປິນ Teodoro Lopez Locsin

ຕອນເຊົ້າວັນທີ 8 ກໍລະກົດ, ຢູ່ຮ່າໂນ້ຍ, 2 ຝ່າຍໄດ້ດຳເນີນການເຈລະຈາ.  2 ຝ່າຍໄດ້ເຫັນດີເພີ່ມທະວີບັນດາການຢ້ຽມຢາມຂັ້ນສູງ ແລະ ຂັ້ນຕ່າງໆ, ຢັ້ງຢືນຄວາມຕັດສິນໃຈ ພ້ອມກັນແກ້ໄຂຄວາມຫຍຸ້ງຍາກໃນການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ, ຍົກສູງປະສິດທິຜົນການຮ່ວມມືໃນບັນດາຂົງເຂດທີ່ສຳຄັນ.

 ກ່ຽວກັບບັນຫາທະເລຕາເວັນອອກ, 2 ຝ່າຍຢືນຢັນ ສືບຕໍ່ຍຶດໝັ້ນຫຼັກການແກ້ໄຊບັນດາການຂັດແຍ້ງກັນໂດຍສັນຕິວິທີ ສອດຄ່ອງກັບກົດໝາຍສາກົນ, ເນັ້ນໜັກເຖິງຄວາມສຳຄັນຂອງການບໍ່ເຄື່ອນໄຫວທາງດ້ານການທະຫານ, ລະງັບການເຄື່ອນໄຫວທີ່ອາດຈະເຮັດໃຫ້ສະພາບການເພີ່ມຄວາມຄວາມສັບສົນ ແລະ ເພີ່ມຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ. 2 ຝ່າຍເຫັນດີເພີີ່ມທະວີການສົມທົບກັນລະຫວ່າງບັນດາປະເທດໃນອາຊຽນ.

    ພາຍຫຼັງການເຈລະຈາ, 2 ຝ່າຍໄດ້ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືລະຫວ່າງ 2 ກະຊວງ.

     ຕອນບ່າຍຂອງວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ຟີລິບປິນ Teodoro Lopez Locsin ໄດ້ເຂົ້າຢ້ຽມຄຳນັບທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເນັ້ນໜັກວ່າ ຫວຽດນາມ ແລະ ຟີລິບປິນ ຄວນເສີມຂະຫຍາຍສາຍພົວພັນອັນດີງາມ ລະຫວ່າງ 2 ປະເທດ, ພ້ອມທັງຢືນຢັນວ່າ ຫວຽດນາມຍາມໃດກໍຖືເປັນສຳຄັນບົດບາດຂອງຟີລິບປິນໃນອາຊຽນ ແລະ ສະໜັບສະໜູນຟິລິບປິນ ແບກຫາບບົດບາດເປັນຜູ້ປະສານງານສາຍພົວພັນອາຊຽນ-ຈີນໄລຍະ 2019-2021 ຢ່າງສຳເລັດຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ