ຫວຽດນາມ ແລະ ລັດເຊຍຊຸກຍູ້ການຮ່ວມມືໃນຂົງເຂດການກໍ່ສ້າງ ແລະ ພັດທະນາລະບົບລັດຖະບານເອເລັກໂຕນິກ

(VOVWORLD) -ຕອນບ່າຍວັນທີ 18 ກຸມພາ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານຫວຽດນາມ ມາຍຕ້ຽນຢຸງ ໄດ້ເຮັດວຽກກັບຄະນະນັກຊ່ຽວຊານສະຫະພັນລັດເຊຍ ກ່ຽວກັບການກໍ່ສ້າງ ແລະ ພັດທະນາລັດຖະບານເອເລັກໂຕນິກ ໂດຍທ່ານ  ມາໂມນົບ ຮອງລັດຖະມົນຕີກະຊວງພັດທະນາດີຈີຕອນ, ຂໍ້ມູນຂ່າວສານ ຕິດຕໍ່ສື່ສານ ແລະ ສື່ສານມວນຊົນ ລັດເຊຍ
ຫວຽດນາມ ແລະ ລັດເຊຍຊຸກຍູ້ການຮ່ວມມືໃນຂົງເຂດການກໍ່ສ້າງ ແລະ ພັດທະນາລະບົບລັດຖະບານເອເລັກໂຕນິກ  - ảnh 1 ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານມາຍຕ້ຽນຢຸງ ແລະ ທ່ານ ລັດຖະມົນຕີກະຊວງພັດທະນາດີຈີຕອນ, ຂໍ້ມູນຂ່າວສານ ຕິດຕໍ່ສື່ສານ ແລະ ສື່ສານມວນຊົນ ລັດເຊຍ Konstantin Noskov 

ທີ່ການເຮັດວຽກ, ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານຫວຽດນາມ ມາຍຕ້ຽນຢຸງ ໄດ້ຊີ້ແຈ້ງວ່າ :

    “ ພວກຂ້າພະເຈົ້າຍັງບໍ່ທັນສ້າງຖານຂໍ້ມູນແຫ່ງຊາດກ່ຽວກັບຊຸມຊົນ ແຕ່ໄດ້ກໍ່ສ້ສ້າງ ຖານຂໍ້ມູນກ່ຽວກັບການປະກັນສັງຄົມ ດ້ວຍຈຳນວນບັດປະກັນສັງຄົມ 82 ລ້ານບັດ. ປີ 2019, ແມ່ນສຸມໃສ່ບັນຫາຊຳລະເອເລັກໂຕນິກ ແທນທີ່ການຊຳລະດ້ວຍເງິນສົດ. ໃນສະເພາະໜ້າ, ແມ່ນກໍ່ສ້າງປະຕູຖານຂໍ້ມູນບໍລິການສາທາລະນະແຫ່ງຊາດ, ສູນບໍລິຫານຂໍ້ມູນ ລາຍງານຕໍ່ນາຍົກລັດຖະມົນຕີ ແລະ ລັດຖະບານ, ຫຼຸດຜ່ອນການປະກາດໃຊ້ເອກະສານດ້ວຍເຈ້ຍ, ຫຼຸດຜ່ອນການປະຊຸມຕ່າງໆຂອງລັດຖະບານ, ກ້າວໄປເຖິງການປະຕິຮູບລັດຖະບານ  ”

ຕອບກັບ

ຂ່າວ/ບົດ​ອື່ນ