ຫວຽດນາມ ແລະ ອີຢິບ ເຫັນດີຊຸກຍູ້ການຮ່ວມມື 2 ຝ່າຍ ແລະ ຢູ່ບັນດາເວທີປາໄສຫຼາຍຝ່າຍ

(VOVWORLD) -ລັດຖະມົນຕີ 2 ທ່ານໄດ້ໃຫ້ຄຳໝັ້ນສັນຍາຊຸກຍູ້, ນຳການພົວພັນຮ່ວມມືໃນທຸກຂົງເຂດລະຫວ່າງ 2 ຝ່າຍໃຫ້ເຂົ້າສູ່ລວງເລິກ
ຫວຽດນາມ ແລະ ອີຢິບ ເຫັນດີຊຸກຍູ້ການຮ່ວມມື 2 ຝ່າຍ ແລະ ຢູ່ບັນດາເວທີປາໄສຫຼາຍຝ່າຍ - ảnh 1ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸນແທງເຊີນ
(ພາບ: Bộ Ngoại giao)

ວັນທີ 05 ກໍລະກົດ, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸນແທງເຊີນ ແລະ ທ່ານລັດຖະມົນຕີການຕ່າງປະເທດອີຢິບ Sameh Hassan Shoukry ໄດ້ມີການເຈລະຈາທາງໂທລະສັບເພື່ອແລກປ່ຽນກ່ຽວກັບການພົວພັນ 2 ຝ່າຍ ແລະ ການຮ່ວມມືຢູ່ບັນດາເວທີປາໄສຫຼາຍຝ່າຍ. ນະທີ່ນີ້, ລັດຖະມົນຕີ 2 ທ່ານໄດ້ໃຫ້ຄຳໝັ້ນສັນຍາຊຸກຍູ້, ນຳການພົວພັນຮ່ວມມືໃນທຸກຂົງເຂດລະຫວ່າງ 2 ຝ່າຍໃຫ້ເຂົ້າສູ່ລວງເລິກ; ເຫັນດີເຊື່ອມຕໍ່ບັນດາການແລກປ່ຽນຄະນະຜູ້ແທນທີ່ພວມຖືກຕັດຕອນຍ້ອນໂລກລະບາດໂຄວິດ-19 ໂດຍໄວ, ກໍຄືສົມທົນກັບຢ່າງແໜ້ນແຟ້ນໃນບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາອົງການຈັດຕັ້ງສາກົນ. ທ່ານລັດຖະມົນຕີ ບຸນແທງເຊີນ ສະເໜີໃຫ້ຝ່າຍ ອີຢິບ ສະໜັບສະໜູນຫວຽດນາມ ແລະ ສະຫະພາບອາຟະລິກາ (AU) ສ້າງຕັ້ງການພົວພັນຢ່າງເປັນທາງການໂດຍໄວ. ທາງດ້ານເສດຖະກິດ, ລັດຖະມົນຕີທັງ 2 ທ່ານໄດ້ຢືນຢັນພ້ອມກັນມານະພະຍາຍາມຮ່ວມມືເພື່ອຍົກສູງວົງເງິນການຄ້າ 2 ຝ່າຍໃຫ້ຂຶ້ນເຖິງ 1 ຕື້ USD ຄືດັ່ງການນຳ 2 ປະເທດໄດ້ເຫັນດີເປັນເອກະພາບນຳກັນ, ຈະພ້ອມທັງສືບຕໍ່ແລກປ່ຽນບົດຮຽນ ແລະ ປຶກສາຫາລືບັນດາມາດຕະການຊຸກຍູ້ການຟື້ນຟູດ້ານການທ່ອງທ່ຽວພາຍຫຼັງໂລກລະບາດ.

ຕອບກັບ

ຂ່າວ/ບົດ​ອື່ນ