ຫວຽດນາມAirlinesເປີດສະຫຼອງສາຍການບິນດ່າໜັງ-ບາງກອກ

ຫວຽດນາມAirlinesເປີດສະຫຼອງສາຍການບິນດ່າໜັງ-ບາງກອກ - ảnh 1
ຫວຽດນາມ Airlines ເປີດສະຫຼອງສາຍການບິນ ດ່າໜັງ - ບາງກອກ

(vovworld) –​ ​​ໃນ​ຕອນ​ຄ່ຳ ​ວັນ​ທີ 26/6, ຢູ່​ນະ​ຄອນ​ດ່າ​ໜັງ, ​ບໍ​ລິ​ສັດ​ໃຫຍ່ການ​ບິນ​ຫວຽດ​ນາມ (Vietnam Airlines) ​ໄດ້ເປີດ​​ສະຫຼອງ​ສາຍ​ບິນ​ສາ​ກົນ​ໃໝ່ ດ່າ​ໜັງ-ບາງກອກ (ໄທ) ຢ່າງ​ເປັນ​ທາງ​ການ. ​ສາຍ​ການ​ບິນ​ໃໝ່ ຂອງ Vietnam Airlines ​ເຄື່ອນໄຫວ 4 ທ້ຽວ/ອາ​ທິດ ໃນ​ບັນ​ດາ​ວັນຈັນ, ວັນ​ພຸດ, ວັນພະ​ຫັດ ແລະ ວັນອາ​ທິດ ດ້ວຍ​ເຮືອ​ບິນ Airbus A321, ໄລ​ຍະ​ເວ​ລາ​ບິນ​ແມ່ນ 1 ຊົ່ວ​ໂມງ 35 ນາ​ທີ. ທ່ານ ຈິ້ງ​ຫ໋ງອກແທ່ງ, ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ Vietnam Airlines ໃຫ້​ຮູ້​ວ່າ:

        “ການ​ເປີດ​​ສະຫຼອງສາຍ​ການບິນ​ໃໝ່ ​ການ​ພິ​ສູດ​ໃຫ້​ເຫັນ​ຄວາມ​ຕັດ​ສິນ​ໃຈ ແລະ ການ​ຮ່ວມ​ມື, ​ພ້ອມ​ກັນຮ່ວມ​ເດີນ​ທາງ ລະ​ຫວ່າງ ​ບໍ​ລິ​ສັດ​​ໃຫຍ່ການ​ບິນ​ຫວຽດ​ນາມ ແລະ ​ຄະ​ນະ​ກຳ​ມະການ​ປະ​ຊາ​ຊົນ​ນະ​ຄອນ​ດ່າ​ໜັງ​ ໃນ​ການ​ພັດ​ທະ​ນາ​ເຄືອ​ຄ່າຍ​ບິນ​ພາຍ​ໃນ ແລະ ສາ​ກົນ. ​ສາຍ​ການ​ບິນ​ໃໝ່ກໍ່​ຈະ​ຊ່ວຍ Vietnam Airlinesສືບ​ຕໍ່ຫັນ​ຜະ​ລິດ​ຕະ​ພັນເປັນຫຼາຍ​ຮູບແບບ, ພັດ​ທະ​ນາ​​ເຄືອ​ຄ່າຍ​ການ​ບິນ, ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​​ແກ່ງ​ແຍ່ງ ກໍ່​ຄື​​ຫັນ​ບັນ​ດາ​ເປົ້າ​ໝາຍ​ໃຫ້​​ປະ​ກົດ​ຜົນເປັນ​ຈິງ ແລະ​ກາຍ​ເປັ​ນໜຶ່ງ​ໃນ​ບັນ​ດາ​​ບໍ​ລິ​ສັດ​ການ​ບິນ​ແຖວ​ໜ້າ ຢູ່​​ພາກ​ພື້ນ”.

ຂ່າວ/ບົດ​ອື່ນ