ຫວຽດ​ນາມ​ຈະ​ສວມ​ບົດ​ບາດ​ນຳພາ​ໃນ​ວິ​ວັດ​ທະ​ນາ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ

(VOVWORLD) - ທ່ານນາງຮອງເລຂາທິການໃຫຍ່ ສປຊ ຢັ້ງຢືນວ່າ ບັນດາອົງການຈັດຕັ້ງຂອງ ສປຊ ເວົ້າລວມ ແລະ ESCAP ເວົ້າສະເພາະຍາມໃດກໍ່ຖືເປັນສຳຄັນການພົວພັນຄູ່ຮ່ວມມືກັບ ຫວຽດນາມ
ຫວຽດ​ນາມ​ຈະ​ສວມ​ບົດ​ບາດ​ນຳພາ​ໃນ​ວິ​ວັດ​ທະ​ນາ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ - ảnh 1ການເຮັດວຽກລະຫວ່າງສອງຝ່າຍ (ພາບ: TTXVN)

ວັນທີ 6 ກໍລະກົດ, ທ່ານນາງ Armida Salsiah Alisjahbana ຮອງເລຂາທິການໃຫຍ່ ສປຊ ທັງເປັນເລຂາທິການຝ່າຍບໍລິຫານຄະນະກຳມະການເສດຖະກິດສັງຄົມ ອາຊີ ປາຊີຟິກ (ESCAP) ໄດ້ສິ້ນສຸດການຢ້ຽມຢາມຫວຽດນາມ ໃນລະຫວ່າງວັນທີ 3 – 6 ກໍລະກົດ. ທີ່ການພົບປະ ແລະ ເຈລະຈາກັບບັນດາການນຳຫວຽດນາມ ໃນຂອບເຂດການຢ້ຽມຢາມ, ທ່ານນາງຮອງເລຂາທິການໃຫຍ່ ສປຊ ຢັ້ງຢືນວ່າ ບັນດາອົງການຈັດຕັ້ງຂອງ ສປຊ ເວົ້າລວມ ແລະ ESCAP ເວົ້າສະເພາະຍາມໃດກໍ່ຖືເປັນສຳຄັນການພົວພັນຄູ່ຮ່ວມມືກັບ ຫວຽດນາມ, ໃຫ້ຄຳໝັ້ນສັນຍາຈະສືບຕໍ່ເອົາໃຈໃສ່, ໜູນຊ່ວຍຫວຽດນາມຢ່າງຕັ້ງໜ້າໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ. ເມື່ອຕອບສຳພາດຕໍ່ນັກຂ່າວ VOV ກ່ຽວກັບການຮ່ວມມືລະຫວ່າງ ຫວຽດນາມ ກັບ ESCAP, ທ່ານນາງ Armida Salsiah Alisjahbana ຖືວ່າ:

ຫວຽດນາມ ມີບົດບາດສຳຄັນທີ່ສຸດ. ຂ້າພະເຈົ້າໄດ້ຕີລາຄາສູງ ຍ້ອນວ່າ ຫວຽດນາມ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເຄື່ອນໄຫວຂອງ ESCAP. ປັດຈຸບັນ, ຫວຽດນາມ ແມ່ນປະເທດຫາກໍ່ພົ້ນເດັ່ນຂຶ້ນໃນພາກພື້ນ, ປະຊາຊົນໜຸ່ມກວມເອົາຈຳນວນຫຼາຍ, ພື້ນຖານເສດຖະກິດມີຄວາມຂະຫຍັນຂັນເຄື່ອນ, ບັນດາຕົວເລກສະຫວັດດີການສັງຄົມ ກໍ່ໄດ້ຮັບການປັບປຸງ. ເພາະສະນັ້ນ, ຄວາມຫວັງຂອງພວກຂ້າພະເຈົ້າແມ່ນ ຫວຽດນາມ ຈະສວມບົດບາດໃຫຍ່ຫຼວງກ່ວາອີກ, ເປັນຕົ້ນແມ່ນໃນບົດບາດນຳພາດ້ວຍຖານະທີ່ເປັນປະເທດຫາກໍ່ພົ້ນເດັ່ນຂຶ້ນ, ພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນໃນການຍົກອອກບັນດາມາດຕະການໃຫ້ແກ່ການພັດທະນາແບບຍືນຍົງ. ຍົກຕົວຢ່າງຄືຂໍ້ລິເລີ່ມການກະທຳເພື່ອດິນຟ້າອາກາດ.

ຕາມທ່ານນາງຮອງເລຂາທິການໃຫຍ່ ສປຊ ກໍ່ຄືກັນກັບຫຼາຍປະເທດພວມພັດທະນາ, ຫວຽດນາມ ພວມປະເຊີນໜ້າກັບສິ່ງທ້າທາຍນາໆປະການຍ້ອນການປ່ຽນແປງຂອງດິນຟ້າອາກາດ, ການປະທະກັນ, ໂລກລະບາດ, ໄພທຳມະຊາດ… ເພື່ອຮັບມືກັບສະພາບການນີ້, ຫວຽດນາມຄວນມີການພັດທະນາແບບກວມລວມ, ນຳຜົນປະໂຫຍດມາໃຫ້ແກ່ໝົດທຸກຄົນ, ໃນນັ້ນຕ້ອງເອົາໃຈໃສ່ເຂົ້າບັນດາຂົງເຂດຄື:ການສຶກສາ, ສາທາລະນະສຸກ, ນ້ຳປະປາ, ປົກປັກຮັກສາສິ່ງແວດລ້ອມ…

ຕອບກັບ

ຂ່າວ/ບົດ​ອື່ນ