ຫວຽດນາມຊຸກຍູ້ການປະຕິບັດບັນດາສົນທິສັນຍາເຊີແນວກ່ຽວກັບກົດໝາຍວ່າດ້ວຍມະນຸດສະທຳສາກົນ

(VOVWORLD) -ຕອນເຊົ້າວັນທີ 5 ທັນວາ ຢູ່ ຮ່າໂນ້ຍ, ກະຊວງການຕ່າງປະເທດຫວຽດນາມ ໄດ້ສົມທົບກັບຄະນະກຳມະການກາແດງສາກົນ ຈັດຕັ້ງກອງປະຊຸມສຳມະນາສະເຫລີມສະຫລອງ 60 ປີແຫ່ງວັນ ຫວຽດນາມ ໃຫ້ສັດຕະຍາບັນສົນທິສັນຍາ ເຊີແນວ ປີ 1949 ກ່ຽວກັບກົດໝາຍດວ່າດ້ວຍມະນຸດສະທຳສາກົນ. 
ຫວຽດນາມຊຸກຍູ້ການປະຕິບັດບັນດາສົນທິສັນຍາເຊີແນວກ່ຽວກັບກົດໝາຍວ່າດ້ວຍມະນຸດສະທຳສາກົນ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ 

ກ່າວຄຳເຫັນໄຂກອງປະຊຸມສຳມະນາ, ທ່ານ ຫງວຽນມີງຫວູ, ຜູ້ຊ່ວຍວຽກລັດຖະມົນຕີ ກະຊວງການຕ່າງປະເທດ ເນັ້ນຫນັກວ່າ: ຫວຽດນາມ ໃຫ້ສັດຕະຍາບັນສົນທິສັນຍາເຊີແນວປີ 1949 ແມ່ນຂີດໝາຍສຳຄັນ, ເປັນການພິສູດໃຫ້ເຫັນການເຄົາລົບ, ຊຸກຍູ້ການປະຕິບັດກົດໝາຍວ່າດ້ວຍມະນຸດສະທຳສາກົນ ເວົ້າສະເພາະ ແລະ ກົດໝາຍສາກົນ ເວົ້າລວມໃນນະໂຍບາຍຂອງຫວຽດນາມ. ພອ້ມກັນນັ້ນ ເລື່ອງໃຫ້ສັດຕະຍາບັນສົນທິສັນຍານີ້ ມີຄວາມໝາຍໃນການເຊີດຊູມູນເຊື້ອຮັກຫອມສັນຕິພາບ, ມະນຸດສະທຳ ແລະ ອະນຸໂລມຂອງປະຊາຊົນຫວຽດນາມ.

ທີ່ກອງປະຊຸມສຳມະນາ, ບັນດາຜູ້ຊ່ຽວຊານ ໄດ້ແບ່ງປັນບົດຮຽນຂອງຫວຽດນາມ ໃນການຜັນຂະຫຍາຍບັນດາສົນທິສັນຍາ ເຊີແນວ ປີ 1949 ໃນໄລຍະສົງຄາມ ແລະ ໃນການແກ້ໄຂຜົນຮ້າຍຢ້ອນຫລັງຈາກສົງຄາມ, ການໂຄສະນາ, ເຜີຍແຜ່, ຍົກສູງຄວາມຮັບຮູ້ກ່ຽວກັບກົດໝາຍວ່າດ້ວຍມະນຸດສະທຳສາກົນ, ຊຸກຍູ້ການປະຕິບັດບັນດາຂໍ້ກຳນົດຂອງບັນດາສົນທິສັນຍາ ເຊີແນວ ແລະ ບັນດາເນື້ອໃນອື່ນຂອງກົດໝາຍວ່າດ້ວຍມະນຸດສະທຳສາກົນ. 

ຕອບກັບ

ຂ່າວ/ບົດ​ອື່ນ