ຫວຽດນາມຍູ້ແຮງການຮ່ວມມືດ້ານການຄ້າ,ການລົງທຶນກັບພາກພື້ນອາເມລິກາລາຕິງ

(VOVWORLD) -ອາເມລິກາລາຕິງ ແມ່ນພາກພື້ນມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃຫ້ແກ່ການເຄື່ອນໄຫວດ້ານການຄ້າ ແລະ ການລົງທຶນສຳລັບວິສາຫະກິດຫວຽດນາມ.

ຫວຽດນາມຍູ້ແຮງການຮ່ວມມືດ້ານການຄ້າ,ການລົງທຶນກັບພາກພື້ນອາເມລິກາລາຕິງ - ảnh 1  ທ່ານ ໂດ້ທັງຫາຍ, ຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ

(ພາບ: TTXVN)

ນີ້ແມ່ນຂໍ້ສັງເກດຂອງບັນດານັກຊ່ຽວຊານທີ່ເວທີປາໄສການຄ້າ ແລະ ການລົງທຶນຫວຽດນາມ - ອາເມລິກາລາຕິງ ເຊິ່ງດຳເນີນຢູ່ນະຄອນໂຮ່ຈິມິນ ໃນວັນທີ 13 ພະຈິກ.

        ທ່ານ ໂດ້ທັງຫາຍ, ຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ຖືວ່າ, ອາເມລິກາລາຕິງ ແມ່ນພາກພື້ນມີພື້ນຖານເສດຖະກິດພັດທະນາຢ່າງຂະຫຍັນຂັນເຄື່ອນ ແລະ ມີສະຖຽນລະພາບ, ພ້ອມກັບແຫຼ່ງຊັບພະຍາກອນທຳມະຊາດທີ່ອຸດົມສົມບູນ. ສະນັ້ນ, ພາກພື້ນນີ້ພວມແມ່ນຕະຫຼາດທີ່ດູດດື່ມສຳລັບທົ່ວໂລກ; ໃນນັ້ນມີຫວຽດນາມ. ໃນຊຸມປີມໍ່ໆມານີ້, ຕະຫຼາດອາເມລິກາລາຕິງ ພວມຄ່ອຍໆກາຍເປັນຄູ່ຄ້າສຳຄັນຂອງຫວຽດນາມ ດ້ວຍລະດັບເຕີບໂຕປະມານ 20%/ປີ.

        ທີ່ເວທີປາໄສ, ບັນດາເອກອັກຄະລັດຖະທູດປະເທດຈີເລ ແລະ ເປຣູ ປະຈຳຫວຽດນາມ ໃຫ້ຂໍ້ສັງເກດວ່າ, ຄວາມສາມາດບົ່ມຊ້ອນລະຫວ່າງຫວຽດນາມ ແລະ ພາກພື້ນອາເມລິກາລາຕິງ ແມ່ນໃຫຍ່ຫຼວງທີ່ສຸດ, ສະນັ້ນຈະມີບັນດາທ່າແຮງເພີ່ມເຕີ່ມໃຫ້ກັນ. ສະນັ້ນ, ໃນໄລຍະຈະມາເຖິງ, ບັນດາຝ່າຍຄວນເພີ່ມທະວີການແບ່ງປັນຂໍ້ມູນຂ່າວສານ ເພື່ອແນໃສ່ເປີດບັນດາກາລະໂອກາດເພື່ອສຳພັດຕະຫຼາດຂອງກັນ ກໍຄືການຮ່ວມມືດຳເນີນທຸລະກິດ, ຜ່ານນັ້ນ, ສ້າງບາດກ້າວບຸກທະລຸໃຫ້ແກ່ການຮ່ວມມືດ້ານເສດຖະກິດ - ການຄ້າລະຫວ່າງຫວຽດນາມ ແລະ ອາເມລິກາລາຕິງ.

        ເປົ້າໝາຍຂອງຫວຽດນາມ ແມ່ນຈະນຳວົງເງິນການຄ້າ 2 ຝ່າຍລະຫວ່າງຫວຽດນາມ - ອາເມລິກາລາຕິງ ໃຫ້ຂຶ້ນລະດັບ 15 – 18 ຕື້ USD ແລະ ດຶງດູດການລົງທຶນຈາກອາເມລິກາລາຕິງ ໃຫ້ໄດ້ 3 ຕື້ USD ໃນປີ 2021.

ຕອບກັບ

ຂ່າວ/ບົດ​ອື່ນ