ຫວຽດນາມຕັດສິນໃຈປະຕິບັດບັນດາການປະຕິຮູບດ້ານເສດຖະກິດໃຫ້ປະສົບຜົນສຳເລັດ

ຫວຽດນາມຕັດສິນໃຈປະຕິບັດບັນດາການປະຕິຮູບດ້ານເສດຖະກິດໃຫ້ປະສົບຜົນສຳເລັດ - ảnh 1
(ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ຫງວຽນ​ຊວນ​ຟຸກ
ຕ້ອນ​ຮັບ​ຜູ້​ອຳ​ນວຍ​ການ​ແຫ່ງ​ຊາດ ADB ຢູ່​ຫວຽດ​ນາມ)

(vovworld) - ຫວຽດ​ນາມ​ຕັດ​ສິນ​ໃຈ​ປະ​ຕິ​ບັດ​​​​ບັນ​ດາການປະ​ຕິ​ຮູບດ້ານ​ເສດ​ຖະ​ກິດ​ໃຫ້​ປ​ະ​ສົບ​ຜົນ​ສຳ​ເລັດ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ຫງວຽນ​ຊວນ​ຟຸກ ຢັ້ງ​ຢືນ​ຄື​ດັ່ງ​​ກ່າວ ທີ່​​ການຕ້ອນ​ຮັບ​ ທ່ານ Eric Sidgwick ຜູ້​ອຳ​ນວຍ​ການ​ແຫ່ງ​ຊາດ ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ (ADB) ຢູ່​ຫວຽດ​ນາມ ໃນ​ຕອນ​ເຊົ້າ​ວັນ​ທີ 25/5. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກໍ່​ເນັ້ນ​ໜັກ​ວ່າ:​ ທ່ານ Eric Sidgwick ແລະ ຫ້ອງ​ການ ADB ຢູ່​ຫວຽດ​ນາມ ຈະ​ເປ​ັນ​ຂົວ​ຕໍ່​ທີ່​ສຳ​ຄັນ ເພື່ອ​ພັດ​ທະ​ນາ​ການ​ພົວ​ພັນ ຫວຽດ​ນາມ - ADB  ແລ​ະ ຊ່ວຍ​ຫວຽດ​ນາມ​ເປັນ​ສະ​ມາ​ຊິກທີ່ຕ​ັ້ງ​ໜ້າ, ມີ​ຄວາມ​ຮັບ​ຜິດ​ຊອບ ຢູ່ ADB​. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຊື່ອ​ໝັນ​ວ່າ: ທ່ານ Eric Sidgwick  ຈະ​ສືບ​ຕໍ່​ປະ​ກອບ​ສ່ວນ​ຢ່າງ​ແທດ​ຈິງ ​ໃຫ້​ຄຳປຶກ​ສາ​ຊ່ວຍ​​ລັດ​ຖະ​ບານຫວຽດ​ນາມວາງ​ແຜນ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ນະ​ໂຍ​ບາຍ ພັດ​ທະ​ນາ​ທີ່​ມີ​ລັກ​ສະ​ນະ​ຍືນ​ຍົງ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ  ​ຍັງ​ຕີ​ລາ​ຄາ​ສູງ ADB ໃນ​ໄລ​ຍະ​ຜ່ານ​ມາ​ ໄດ້​ມາ​ບັນ​ດາ​ການ​ຊ່ວຍ​ໜູນ​ຫວຽດ​ນາມ ດ້ວຍ​ການ​ສະ​ໜອງ​ແຫຼ່ງ​ການເງິນ, ໜູນ​ຊ່ວຍ​ດ້ານ​ເຕັກ​ນິກ ແລະ ເປັນ​ທີ່ປຶກ​ສາ​​ດ້ານນະ​ໂຍ​ບາຍ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຊີ້​ແຈ້ງວ​່າ​ ລັດ​ຖະ​ບານ​ຫວຽດ​ນາມ​ ສະ​ໜັບ​ສະ​ໜູນ​ຍຸດ​ທະ​ສາດ​ສັງ​ລວມ​ຂອງ ADB ​ຮອດ​ປີ 2030 ແນ​ໃສ່​ສືບ​ຕໍ່​ໜູນ​ຊ່ວຍ ບັນ​ດາ​ປ​ະ​ເທດ​ສະ​ມາ​ຊິກ​ແກ້​ໄຂ​ບັນ​ຫາ​ທຸກ​ຍາກ​ອຶດ​ຫີວ, ການພັດ​ທະ​ນາບໍ່​ສະ​ໝ່ຳ​ສະ​ເໜີ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ຊຸກ​ຍູ້​ພາກ​ສ່ວນ​ເອກ​ະ​ຊົນ.

        ສ່ວນ ທ່ານ Eric Sidgwick ຜູ້​ອຳ​ນວຍ​ການ​ແຫ່ງ​ຊາດ ADB ກໍ່​ເນັ້ນ​ໜັກ​ວ່າ: ADB ພ້ອ​ມແລ້ວທີ່​ຈະ​ແບ່ງບັນ​ດາ​ບົດ​ຮຽນ ໃນ​ວິ​ວັດ​ການ​ພັດ​ທະ​ນາ, ໜູນ​ຊ່ວນ​ຫວຽດ​ນາມ​ ຜ່ານ​ຜ່າ​​ການ​ທ້າ​ທາຍ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ເປັນ​ຕົ້ນ​ແມ່ນ​ໃນ​​ບັນ​ດາຂົງ​ເຂດ ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດີນ​ຟ້າ​ອາ​ກາດ, ຍົກ​ສູ​ງ​ຄວາມ​ສາ​ມາດ​ໃນ​ການ​ແກ່ງ​ແຍ້ງ, ພັດ​ທະ​ນາ​​ພາກ​ສ່ວນ​ເອ​ກະ​ຊົນ, ​ໃຫ້​ຄຳ​ປຶກ​ສາ​ນະ​ໂຍ​ບາຍດ້ານ​ເສດ​ຖະ​ກິດ​ມະ​ຫາ​ພາກ.

ຂ່າວ/ບົດ​ອື່ນ