ຫວຽດນາມຕ້ອນຮັບນັກທ່ອງທ່ຽວສາກົນກວ່າ4ລ້ານເທື່ອຄົນໃນ5ເດືອນຕົ້ນປີ2016

ຫວຽດນາມຕ້ອນຮັບນັກທ່ອງທ່ຽວສາກົນກວ່າ4ລ້ານເທື່ອຄົນໃນ5ເດືອນຕົ້ນປີ2016 - ảnh 1
(ພາບ​ປະ​ກອບຈາກ​ອິນ​ເຕີ​ແນັ​ດ)

(vovworld) - ​ ກົມ​ໃຫຍ່​ທ່​ອງ​ທ່ຽວ​ຫວຽດ​ນາມ ໃຫ້​ຮູ້​ວ່າ, ​ຈ​ຳນວນ​​ນັກທ່ອງ​ທ່ຽວ​ສາ​ກົນ​ມາ​​ຢ້ຽມ​ຢາມ ຫວຽດ​ນາມ ໃນ​ເດືອນ 05/2016 ຄາດ​ວ່າຈະ​ບັນ​ລຸ 757.000 ເທື່ອ​ຄົນ, ເພີ່ມ​ຂຶ້ນ 30% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັ​ນ​ຂອງ​ປີ 2015. ​ເມື່ອ​ຄິດ​ໄລ່​ລວມແລ້ວ, ໃນ 5 ເດືອນ​ຕົ້ນປີ 2016, ​ມີນັກ​ທ່ອງ​ທ່ຽ​ວ​ສາ​ກົນ​ມາຢ້ຽມ​ຢາມ​ຫວຽດ​ນາມ ບັນ​ລຸ​ປະ​ມານ 4 ລ້ານ​ເທື່ອ​ຄົນ, ເພີ່ມ​ຂຶ້ນ 20% ເມື່ອ​ທຽບ​ໃສ່​ໄລ​ຍ​ະ​ດຽວ​ກັນ​ຂອ​ງ​ປີ 2015. ​ຕະ​ຫຼາດ​ນັກ​ທ່ອງ​ທ່ຽວ​ສາ​ກົນ​​ເກືອບ​ທັງ​ໝົດລ້ວນ​ແຕ່​ເພີ່ມ​ຂຶ້ນ, ໃນ​ນັ້ນ​ມີ​ນັກ​ທ່ອງ​ທ່ຽວ​ມາ​ຈາກ​ບັນ​ດາ​ປະ​ເທດ​ອີ​ຕາ​ລ​ີ, ອັງ​ກິດ, ແອັດ​ສະ​ປາຍ, ເຢຍ​ລະ​ມັນ, ຝ​ລັ່ງ.

        ໃນ​ຂະ​ນະ​ນັ້ນ, ຕາມ “ບົດ​ລາຍ​ງານ​ສະ​ພາບ​ການ​ຕະ​ຫຼາດ​ພັກ​ຜ່ອນ​ບຳ​ລຸງ​ສຸ​ຂະ​ພາບ​ຫວຽດ​ນາມ ​ໃນເຄິ່ງ​ຕົ້ນ​ປີ 2016”, ຂອງ​ກຸ​່ມ​ບໍ​ລິ​ສັດ​ສະ​ໜອງ​ການ​ບໍ​ລິ​ການ​ອະ​​ສັງ​ຫາ​ລິ​ມະ​​ຊັບ​ໂລກ​ Savills, ມີ​ນັກ​ທ່ອງ​ທ່ຽວ​ສາ​ກົນ​ກວ່າ 70% ໄດ້​ເລືອກ​ມາທ່ອງ​ທ່ຽວ​ທະ​ເລ​ຢູ່ຫວຽດ​ນາມ ໃນ​ເວ​ລາ​ພັກ​ຜ່ອນ. ນັກ​ທ່ອງ​ທ່ຽວ​ສາ​ກົນ​ສ່ວນ​ຫຼາຍ​ແມ່ນ​ມາ​ຈ​າກ ອາ​ເມ​ລິ​ກາ, ເອີ​ລົບ, ລັດ​ເຊຍ ແລະ ຈີນ.

ຂ່າວ/ບົດ​ອື່ນ