ຫວຽດນາມປະກອບສ່ວນເຂົ້າໃນລັກສະນະຫລາຍຮູບແບບຂອງຄະນະກຳມະການກົດໝາຍສາກົນILC

(VOVWORLD) -ກອງປະຊຸມຄັ້ງທີ 70 ຂອງຄະນະກຳມະການກົດໝາຍສາກົນ (ILC) ຂຶ້ນກັບ ສປຊ ໄດ້ດຳເນີນຢູ່ ນິວຢອກ ສະຫະລັດ ອາເມລິກາ  ແຕ່ວັນທີ 30 ເມສາ ຮອດວັນທີ 1 ມິຖຸນາ ແລະ ຢູ່ ເຊີແນວ ປະເທດ ສະວິດ ແຕ່ວັນທີ 2 ກໍລະກົດ ຫາວັນທີ 10 ສິງຫາ.
ຫວຽດນາມປະກອບສ່ວນເຂົ້າໃນລັກສະນະຫລາຍຮູບແບບຂອງຄະນະກຳມະການກົດໝາຍສາກົນILC - ảnh 1 ທ່ານ ຫງວຽນຮົ່ງທາວ ເອກອັກຄະລັດຖະທູດຫວຽດນາມ

ເມື່ອຕອບສຳພາດຕໍ່ນັກຂ່າວ ດ້ວຍຖານະເປັນຮອງປະທານທີສອງຂອງ ILC ທີ່ກອງປະຊຸມຄັ້ງນີ້, ທ່ານ ຫງວຽນຮົ່ງທາວ ເອກອັກຄະລັດຖະທູດຫວຽດນາມ ໃຫ້ຮູ້ວ່າ: ຫວຽດນາມ ແມ່ນຫນຶ່ງໃນບັນດາປະເທດ ໄດ້ຮັບການເຊີດຊູຈາກ ILC.  ທ່ານເອກອັກຄະລັດຖະທູດ ຢືນຢັນ: ຫວຽດນາມ ປະກອບສ່ວນເຂົ້າໃນລັກສະນະເປັນຫລາຍຮູບແບບຂອງ ILC, ຕັ້ງຫນ້າສະຫນອງຂໍ້ມູນຂ່າວ, ມີບົດລາຍງານ ແລະ ຕໍ່ສູ້ປົກປ້ອງທັດສະນະຈາກແງ່ມູມທີ່ໃຫມ່ອ່ຽມ ດ້ວຍຈຸດໝາຍດຸ່ນດ່ຽງກ່ຽວກັບຜົນປະໂຫຍດ, ພາວະວິໄສ, ຍຸຕິທຳໃນວຽກງານຂອງ ILC.

ກ່ຽວກັບຄວາມສາມາດ ຫວຽດນາມເຂົ້າຮ່ວມບັນດາອົງການຫລາຍຝ່າຍຢ່າງເລິກກວ່າ, ທ່ານເອກອັກຄະລັດຖະທູດ ຫງວຽນຮົ່ງທາວ ເນັ້ນຫນັກວ່າ: ການມີຫນ້າ, ການປະກອບສ່ວນຂອງພະນັກງານ, ຜູ້ຊ່ຽວຊານຫວຽດນາມ ເປັນການສະແດງໃຫ້ເຫັນແຜນນະໂຍບາຍການຕ່າງປະເທດຂອງຫວຽດນາມ “ເປັນເຈົ້າການ, ຕັ້ງຫນ້າ, ແມ່ນສະມາຊິກມີຄວາມຮັບຜິດຊອບສຳລັບວົງຄະນາຍາດສາກົນ”

ຕອບກັບ

ຂ່າວ/ບົດ​ອື່ນ