ຫວຽດນາມມີຜູ້ເສຍຊີວິດຍ້ອນຫົວໃຈວາຍ, ເປັນຫຼາຍພະຍາດແລະຕິດເຊື້ອໂຄວິດ-19

(VOVWORLD) -ຄົນເຈັບທີ 428, ເພດຊາຍ, ອາຍຸ 70 ປີ ຢູ່ແຂວງ ກວາງນາມ ແມ່ນກໍລະນີເສຍຊີວິດທຳອິດຂອງຫວຽດນາມຍ້ອນໂລກລະບາດໂຄວິດ-19.

ຕອນບ່າຍວັນທີ 31 ກໍລະກົດ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໄດ້ແຈ້ງໃຫ້ຊາບວ່າ, ຄົນເຈັບທີ 428, ເພດຊາຍ, ອາຍຸ 70 ປີ ຢູ່ແຂວງ ກວາງນາມ ແມ່ນກໍລະນີເສຍຊີວິດທຳອິດຂອງຫວຽດນາມຍ້ອນໂລກລະບາດໂຄວິດ-19. ຄົນເຈັບນີ້ເຄີຍເປັນພະຍາດໝາກໄຂ່ຫຼັງຊຸດໂຊມ, ຕ້ອງຟອກໝາກໄຂ່ຫຼັງ 2 ຄັ້ງ/ອາທິດ ມາເປັນເວລາກວ່າ 10 ປີແລ້ວ, ເປັນພະຍາດຄວາມດັນເລືອດສູງ - ຫົວໃຈວາຍ, ຫົວໃຈຂາດເລືອດ.

        ອະນຸກຳມະການປິ່ນປົວ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຕີລາຄາວ່າ, ນີ້ແມ່ນກໍລະນີເຈັບທີ່ສຸດ, ມີອາຍຸສູງ, ເປັນຫຼາຍພະຍາດ, ໄດ້ຮັບການບົ່ງມະຕິພະຍາດເປັນຫຼາຍຄັ້ງຈາກອະນຸກຳມະການປິ່ນປົວ ແລະ ບັນດານັກຊ່ຽວຊານແຖວໜ້າຈາກຂະແໜງສຸກເສີນ, ເສັ້ນເລືອດ, ຫົວໃຈ, ຕິດແປດ; ໂຮງໝໍ ດ່ານັ້ງ, ໂຮງໝໍສູນກາງເຫ້ວ ໄດ້ປິ່ນປົວ, ທຳການສຸກເສີນຢ່າງຕໍ່ເນື່ອງແຕ່ກໍ່ເສຍຊີວິດ, ສາຍເຫດແມ່ນຍ້ອນຫົວໃຈວາຍ, ເປັນຫຼາຍພະຍາດ ແລະ ຕິດເຊື້ອໂຄວິດ-19.

ຕອບກັບ

ຂ່າວ/ບົດ​ອື່ນ