ຫວຽດນາມສະຫງວນເງິນແຕ່3-4ຕື້USDໃນແຕ່ລະປີເພື່ອຮັບປະກັນຊີວິດສັງຄົມ

ຫວຽດນາມສະຫງວນເງິນແຕ່3-4ຕື້USDໃນແຕ່ລະປີເພື່ອຮັບປະກັນຊີວິດສັງຄົມ - ảnh 1
(ກອງ​ປະຊຸ​ມສຳ​ມະ​ນາ ຍູ້​ແຮງ​ການ​ນຳ​ໃຊ້​
ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ​ແລະ ສື່ສານ)


(vovworld) – ຕອນ​ເຊົ້າ​ວັນ​ທີ 07/10, ຢູ່​ຮ່າ​ໂນ້ຍ, ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ​ໄດ້​ຈັດ​ກອງ​ປະຊຸ​ມສຳ​ມະ​ນາ ຍູ້​ແຮງ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ​ແລະ ສື່ສານ ​ໃນ​ການຈັດ​ຕັ້ງ​ປະຕິບັດ​ລາຍການ​ຮັບປະກັນ​ຊີວິດ​ສັງຄົມ. ຕາມ​ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຫງວຽນ​ຈ້ອງ​ດ່າ​ມ ​ແລ້ວ, ​ເລື່ອງ​ສ້າງ​ຕັ້ງ​ລະບົບ​ຂໍ້​ມູນ​ແຫ່ງ​ຊາ​ດກ່ຽວ​ກັບ​ການ​ຮັບປະກັນ​ຊີວິດ​ສັງຄົມ​ແມ່ນ​ຈຳ​ເປັນ ​ແລະ ຈະ​​ໄດ້​ຮັບ​ການ​ຍູ້​​ໄວໃນ​ໄລຍະ​ຈະ​ມາ​ເຖິງ.

        “ພວກ​ເຮົາ​ຄຸ້ນ​ຄອງ​ຂົງ​ເຂດທີ່​ກວ້າງ​ໃຫຍ່ ​ແລະ ມີ​ຫຼາຍ​ເປົ້າໝາຍ​ຄື​ແນວ​ນັ້ນ, ​ແຕ່​ເບິ່ງ​ລວມ​ແລ້ວ ​ເລື່ອງ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຍັງ​ມີ​ຄວາມ​ຈຳ​ກັດ​ຢູ່. ຍັງ​ມີ​ວຽກງານ​ຫຼາຍ​ຢ່າ​ງຕ້ອງ​ເຮັດ​ແບບ​ຫັດຖະກຳ, ຄຸມ​ຄອງ​ເປົ້າ​ໝາຍ ​ແລະ ​ໃຊ້ຈາ​ຍກໍ​ຄື​ການຕິດຕາມ​ຕີ​ລາຄາ​ນະ​​ໂຍບາຍ ​ແລະ ​ແຫຼ່ງກຳລັງທີ່​ມີປະສິດທິ​ຜົນ​ຂອງ​ລາຍການ​​ເຮັດຕາມ​ແບບ​ຫັດຖະກຳ​ເປັນ​ຕົ້ນ. ສະ​ນັ້ນ, ມັນ​ບໍ່ສາມາດທ່ວງທັນ​ກັບຄວາມ​ຮຽກ​ຮ້ອງ​ໃນ​ວຽກ​ງານ​ຄຸນ​ຄອງ​ປະຈຸ​ບັນ. ສະ​ນ​ັ້ນ, ​ເພື່ອ​ມຸ່ງ​ໄປ​​ເຖິງ​ການ​ສ້າງ​ລະບົບ​ຮັບປະກັນ​ຊີວິດ​ສັງຄົມ​ຢ່າງ​ຮອບດ້ານ, ກວ້າງ​ຂວາງ, ​ເປັນ​ເອກະພາບ ​ແລະ ມີ​ການ​ແບ່ງປັນໃຫ້​ໄດ້, ພວກ​ເຮົາ​ຕ້ອງ​ສ້າງ​ລະບົບ​ຄຸມ​ຄອງ​ເວົ້າ​ລວມ ​ໂດຍອີງ​ໃສ່​ພື້ນຖານ​ຍູ້​ແຮງ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ”.

        ຄິດ​ສະ​ເລ່ຍ​ແຕ່ລະ​ປີ, ງົມ​ປະມານ​ຂອງ​ລັດ ​ໄດ້​ສະ​ຫງວນ​ແຕ່ 3 – 4 ຕື້ USD ​ເພື່ອ​ຮັບປະກັນ​ຊີວິດ​ສັງຄົມ.

ຂ່າວ/ບົດ​ອື່ນ