ຫວຽດນາມຮ່ວມຈັດເຫດການກ່ຽວກັບການຄຸ້ມຄອງຄວາມສ່ຽງໃນການສະໜອງນ້ຳແລະອະນາໄມ

(VOVWORLD) -ວັນທີ 09 ກໍລະກົດ, ໃນຂອບເຂດເວທີປາໄສການເມືອງຂັ້ນສູງຂອງສະພາເສດຖະກິດ, ສັງຄົມຂອງສະຫະປະຊາຊາດ (ECOSOC), ຫວຽດນາມ ແລະ ແຟງລັງ ໄດ້ຮ່ວມກັນຈັດເຫດການ “ຄຸ້ມຄອງຄວາມສ່ຽງໃນການສະໜອງນ້ຳ ແລະ ອະນາໄມ - ຊອບແວ ແລະ ການຮ່ວມມືພາກລັດ - ເອກະຊົນ” ໂດຍທ່ານຮອງລັດຖະມົນຕີກະຊວງກະສິກຳ, ປ່າໄມ້ ແຟງລັງ ເປັນປະທານ.
ຫວຽດນາມຮ່ວມຈັດເຫດການກ່ຽວກັບການຄຸ້ມຄອງຄວາມສ່ຽງໃນການສະໜອງນ້ຳແລະອະນາໄມ - ảnh 1(ພາບປະກອບ)

ແຟງລັງ ໄດ້ພັດທະນາຊອບແວ ກໍ່ສ້າງແຜນການກ່ຽວກັບຄວາມປອດໄພຂອງແຫຼ່ງຊັບພະຍາກອນນ້ຳ (WSP) ເພື່ອແນໃສ່ຫຼຸດຜ່ອນຄວາມສ່ຽງໃນການສະໜອງການບໍລິການກ່ຽວກັບນ້ຳ. ປະຈຸບັນ, WSP ໄດ້ຮັບການຜັນຂະຫຍາຍທົດລອງຢູ່ ຫາຍຟ່ອງ, ດານັ້ງ ແລະ ດົ່ງນາຍ. ຊອບແວດັ່ງກ່າວກໍໄດ້ສ້າງ, ດັດປັບໃຫ້ເໝາະສົມກັບຄວາມຕ້ອງການຂອງບັນດາໂຮງງານນ້ຳປະປາ ແລະ ຂອບເຂດກົດໝາຍຂອງຫວຽດນາມ. ນີ້ກໍ່ແມ່ນຕົວຢ່າງທີ່ບັນລຸຜົນສຳເລັດຂອງການພົວພັນຄູ່ຮ່ວມມືພາກລັດ - ເອກະຊົນ ໂດຍອີງໃສ່ວິທີຄົ້ນຄວ້າກ່ຽວກັບການສ້າງແຜນການຄວາມປອດໄພຂອງແຫຼ່ງຊັບພະຍາກອນນ້ຳ ໂດຍ WHO ສະເໜີ.

        ບັນດານັກປະຖະກະຖາຫວຽດນາມ ຢືນຢັນວ່າ, ໂຄງການພວມທົດລອງມີລັກສະນະເໝາະສົມສູງກັບກຳລັງຄວາມສາມາດຂອງບັນດາໂຮງງານນ້ຳປະປາທີ່ພວມນຳໃຊ້ຊອບແວນີ້.

ຕອບກັບ

ຂ່າວ/ບົດ​ອື່ນ