ຫວຽດນາມຮຽກຮ້ອງຕ້ອງເຄົາລົບກົດໝາຍມະນຸດສະທຳ,ສິດທິມະນຸດສາກົນຢູ່ເຂດດິນແດນຖືກຢືດຄອງຂອງປາແລດສະຕີນ

ຫວຽດນາມຮຽກຮ້ອງຕ້ອງເຄົາລົບກົດໝາຍມະນຸດສະທຳ,ສິດທິມະນຸດສາກົນຢູ່ເຂດດິນແດນຖືກຢືດຄອງຂອງປາແລດສະຕີນ - ảnh 1
ການ​ໃຊ້​ຄວາມ​ຮຸນ​ແຮງ​ພວມປິນຂັ້ນ​ໄດຢູ່ເຂດກາຊາ
ພາບ:internet


(vovworld)- ທ່ານ ​ເອກ​ອັກຄະ​ລັດ​ຖະທູດ ຫງວຽນ​​ຈູງແທງ, ຫົວຫນ້າ​ຄະນະ​ຜູ້ຕາງຫນ້າ​ຫວຽດນາມ ປະຈຳ ສປຊ ​ແລະ ບັນດາ​ອົງການ​ຈັດ​ຕັ້ງສາກົນ​ອື່ນ ຢູ່ ​ເຊີ​ແນວ ​ໄດ້​ຍົກ​ອອກ​ຄຳ​ຮຽກຮ້ອງ​ດັ່ງກ່າວ​ທີ່​ວາລະ​ປະຊຸມ​ພິ​ເສດ​ຄັ້ງ​ທີ 21 ຂອງ​ສະພາ​ສິດທິ​ມະນຸດ ສປຊ ກ່ຽວກັບ​ສະພາບ​ການ​ສິດທິ​ມະນຸດ ຢູ່ ​ເຂດ​ດິນ​ແດນຖືກ​ຢືດຄອງ​ຂອງ ປາ​ແລດ​ສະ​ຕີນ     ຊື່​ງລວມມີ Jelusalem ຕາ​ເວັນ​ອອກ ​ໃນ​ວັນ​ທີ 23/7. ທ່ານ ເອກ​ອັກຄະ​ລັດ​ຖະທູດ ຫງວຽນ​​ຈູງແທງ ​ເນັ້ນ​ຫນັກ​ວ່າ: ​ການ​ໃຊ້​ຄວາມ​ຮຸນ​ແຮງ​ປິນຂັ້ນ​ໄດ ຢູ່​ເຂດດິນ​ແດນ​ຖືກ​ຢືດຄອງ​ຂອງ ປາ​ແລດ​ສະ​ຕີນ ​ໄດ້​ເຮັດ​ໃຫ້​ປະຊາຊົນ​ຫລາຍ​ຄົນ​ຖືກ​ເສຍ​ຊີວິດ ​ແລະ ບາດ​ເຈັບ, ​ໃນ​ນັ້ນ​ມີ​ແມ່ຍິງ ​ແລະ ​ເດັກນ້ອຍ ​ນີ້ແມ່ນ​ສິ່ງ​ທີ່​ບໍ່​ສາມາດ​ຮັບ​ຮູ້​ໄດ້. ຫວຽດນາມ ຮຽກຮ້ອງ​ບັນດາ​ຝ່າຍ​ກ່ຽວຂ້ອງ ຕ້ອງ​ເຄົາລົບ​ກົດໝາຍ​ມະນຸດສະທຳ, ສິດທິ​ມະນຸດ​ສາກົນ, ຢຸດຕິ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕ້ານ​ສາ​ມັນ​ຊົນ​ໂດຍທັນ​ທີ, ອະນຸຍາດ ແລະ ສ້າງເງື່ອນໄຂ​ໃຫ້ການ​ເຄື່ອນ​ໄຫວ​ມະນຸດສະທຳ​ເຂົ້າ​ເຂດ​ດັ່ງກ່າວ​ໂດຍ​ໄວ, ພິ​ເສດ​ແມ່ນ​ຢູ່​ເຂດ ກາຊາ.

 

 

 

 

ຂ່າວ/ບົດ​ອື່ນ