ຫວຽດນາມເຂົ້າຮ່ວມກອງປະຊຸມຂັ້ນສູງຂອງສປຊກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

ຫວຽດນາມເຂົ້າຮ່ວມກອງປະຊຸມຂັ້ນສູງຂອງສປຊກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1
ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ດັ້ງ​ທິ​ຫ​ງອກ​ທິ້ງ
ເຂົ້າ​ຮ່ວມກອງ​ປະ​ຊຸມ
(ພາບ: TTXVN)

(vovworld) - ​​ ​​​​​​ວັນ​ທີ 19/07, ຢູ່​ສຳ​ນັກ​ງານ​ສະ​ຫະ​ປະ​ຊາ​ຊາດ, ທີ່​ນິວຢອກ, ປະ​ເທດ​ອາ​ເມ​ລິ​ກາ, ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ດັ້ງ​ທິ​ຫ​ງອກ​ທິ້ງ ໄ​ດ້​ມີ​ບົດ​ກ່າວ​ປາ​ໄສ​ທີ່ກອງ​ປະ​ຊຸມ​ຂັ້ນ​ສູງ ກ່ຽວ​ກັບ​ການ​ຮັບ​ມື​ກັບ​​ບັນ​ດາປະ​ກົດ​ການ​ຂອງ El Nino ແລະ ຫຼຸດ​ຜ່ອນ​ຄວາມ​ສ່ຽງ​ເປັນ​ປະ​ຈຳ​​ຈາກການ​ປ່ຽນ​ແປງ​​ຂອງ​ດິນ​ຟ້າ​ອາ​ກາດ.

        ​ໃນ​ບົດ​ກ່າວ​ປາ​ໄສ, ທ່ານ​ນາງຮອງ​ປະ​ທານ​ປະ​ເທດ ດັ້ງ​ທິ​ຫ​ງອກ​ທິ້ງ ເນັ້ນ​ໜັກ​ວ່າ, ບັນ​ດາ​ຜົນ​ກະ​ທົບ​ຈາກ​ການ​ປ່ຽນ​ແປງ​​ຂອງ​ດິນ​ຟ້າ​ອາ​ກາດ, ໃນ​ນັ້ນ​ມີ​ປະ​ກົດ​ການ El Nino ທີ່​ແກ່​ຍາວ, ສຳ​ລັບ​ການ​ປະ​ຕິ​ບັດ​ບັນ​ດາ​​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ ກໍ່​ຄື​ການ​ຊົ​ມ​ໃຊ້​ຂອງ​ປະ​ຊາ​ຊົນ. ທ່ານ​ນາງຮອງ​ປະ​ທານ​ປະ​ເທດ ດັ້ງ​ທິ​ຫ​ງອກ​ທິ້ງ ໄດ້​ແຈ້ງ​ໃຫ້​ຊາບ​ຂໍ້​ມູນ​ກ່ຽວ​ກັບ​ສະ​ພາບ​ໄພ​ແຫ້ງ​ແລ້ງ ແລະ ນ້ຳ​​ທະ​ເລຊຶມທີ່​ຮ້າຍ​ແຮງ​ທີ່​ສຸດ​ໃນ​ໄລ​ຍະ 90 ປີ​ຜ່ານ​ມາ​ຢູ່​ຫວຽດ​ນາມ. ທ່ານ​ນາງຮອງ​ປະ​ທານ​ປະ​ເທດ ດັ້ງ​ທິ​ຫ​ງອກ​ທິ້ງ ສະ​ເໜີ​ໃຫ້​ປະ​ຊາ​ຄົມ​ສາ​ກົນ​ສືບ​ຕໍ່​ໜູນ​ຊ່ວຍ​ຫວຽດ​ນາມ, ພິ​ເສດ​ແມ່ນ​ໜູນ​ຊ່ວຍ​ດ້ານ​ການ​ເງິນ, ເຕັກ​ໂນ​ໂລ​ຊີ.

        ຢູ່ນອກ​ກອງ​ປະ​ຊຸມ, ໃນ​ການ​ພົບ​ປະ​ກັບ​ທ່ານ​ປະ​ທານ​ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊ​າດ Mogens Lykkettof, ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ດັ້ງ​ທິ​ຫ​ງອກ​ທິ້ງ ຢືນ​ຢັນ​ວ່າ, ຫວຽດ​ນາມ ຈະ​ສືບ​ຕໍ່​ຊຸກ​ຍູ້​ບົດ​ບາດ​ເປັນ​ສະ​ມາ​ຊິກ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ປະ​ຊາ​ຄົ​ມ​ສາ​ກົນ ແລະ ຂອງ​ສະ​ຫະ​ປະ​ຊາ​ຊາດ. ທ່ານ Mogens Lykkettof ຢືນ​ຢັນ​ວ່າ, ສະ​ຫະ​ປະ​ຊາ​ຊາດ​ຈະ​ໜູນ​ຊ່ວຍ​ຫວຽດ​ນາມ ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ປະ​ຕິ​ບັດ​ບັນ​ດາ​​ເປົ້າໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ.

        ທີ່​ການ​ຕ້ອນ​ຮັບທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ດັ້ງ​ທິ​ຫ​ງອກ​ທິ້ງ, ທ່ານ​ນາງ​ Helen Clark, ຮອງ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ, ທັງ​ເປັນ​ຜູ​້ອ​ຳ​ນວຍ​ການ​ UNDP ຢືນ​ຢັນ​ວ່າ UNDP ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື ແລະ ໜູນ​ຊ່ວຍ​ຫວຽດ​ນາມ ໃນ​ໄລ​ຍະ 2017 – 2021, ພິ​ເສດ​ແມ່ນ​ການ​ເຕີບ​ໂຕ​ຂຽວ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ທີ່​ການ​ຕ້ອນ​ຮັບທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ດັ້ງ​ທິ​ຫ​ງອກ​ທິ້ງ, ທ່ານ​ Babatunde Osotimehin, ຮອງ​ເລ​ຂາ​ທິ​ການ​ໃຫຍ່, ຜູ້ອ​ຳ​ນວຍ​ການ​ບໍ​ລິ​ຫານ UNFPA ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ໜູນ​ຊ່ວຍ​ຫວຽດ​ນາມ ຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ໃໝ່​ກ່ຽວ​ກັບ​​ພົນ​ລະ​ເມືອງ.

ຂ່າວ/ບົດ​ອື່ນ