ຫວຽດນາມເຂົ້າຮ່ວມການແຂ່ງຂັນສີມືການຊ່າງອາຊຽນຄັ້ງທີ11

ຫວຽດນາມເຂົ້າຮ່ວມການແຂ່ງຂັນສີມືການຊ່າງອາຊຽນຄັ້ງທີ11 - ảnh 1
ພາບ​ປະ​ກອບ

(vovworld) - ຕອນ​ເຊົ້າ​ວັນ​ທີ 24/9, ບັນ​ດາ​ເນື້ອ​ໃນ​ທີ່​ການ​​ປະ​ກວດສີ​ມື​ການ​ຊ່າງ ອາ​ຊຽນ ຄັ້ງ​ທີ 11 ໄດ້​ຈັດ​ຕັ້ງ​ຢ່າງ​ເປັນ​ທາງການ​ຢູ່​ລັດ Selangor ປະ​ເທດ ມາ​ເລ​ເຊຍ. ເຂົ້​າ​ຮ່ວມ​ການ​ແຂ່ງ​ຂັນ​ປີນີ້ ມີ​​ຜູ້​ເຂົ້າ​ຮ່ວມ 272 ຄົນ ທີ່​ມາ​ຈາກ 9 ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ, ໃນ​ນັ້ນ ຫວຽດ​ນາມ​ມີ 44 ຄົນ. ປະ​ເທດ ບ​ຣຸ​ໄນ​ບໍ່​ເຂົ້າ​ຮ່ວມ​ການ​​ປະ​ກວດ​ປີນີ້. ຄະ​ນະ​ຈັດ​ຕັ້ງ​ໃຫ້​ຮູ້​ວ່າ ດ້ວຍ​ຫົວ​ຂໍ້​ວ່າ “ທັກ​ສະ​ອາ​ຊີບ​ໃຫ້​ແກ່​ອະ​ນາ​ຄົດ​ສົດ​ໃສ​ກ່​ວາ”, ການ​ປະ​ກວດ​ປີນີ້​ລວມ​ມີ 25 ອາ​ຊີບ. ນີ້​ແມ່ນ​ຄັ້ງ​ທີ 8 ຫວຽດ​ນາມ ເຂົ້າ​ຮ່ວມ​ການ​ປະ​ກວດ​ນີ້, ພາຍຫຼັງ​ຍາດ​ໄດ້​ລາງວັນ​ທີ 1ທົ່ວ​ຄະ​ນະ. ບັນ​ດາ​​ຜູ້​ເຂົ້າ​ຮ່ວມການ​ປະ​ກວດ​ຈະແຂ່ງ​ຂັນ​ຮອດ​ວັນ​ທີ 28/9 ແລະ ໝາກ​ຜົນ​ຂອງ​ບັນ​ດາ​ຄະ​ນະ​ຈະ​ໄດ້​ຮັບ​ການ​ປະ​ກາດ​ໃນ​ວັນ​ດຽວ​ກັນ.


ຂ່າວ/ບົດ​ອື່ນ