ຫວຽດນາມເປັນເຈົ້າການ ປະຕິບັດຄຳໝັ້ນສັນຍາ ກ່ຽວກັບການເຕີບ ໂຕຂຽວ


 ຫວຽດນາມເປັນເຈົ້າການ ປະຕິບັດຄຳໝັ້ນສັນຍາ ກ່ຽວກັບການເຕີບ ໂຕຂຽວ - ảnh 1

(ພາບ: TTXVN)

 (vovworld)- ​​ໃນ​ພິທີ​ປະກາດ​​ແຜນການ​ດຳເນີນ​ງານ​ແຫ່ງ​ຊາດ​ກ່ຽວ​ກັບການ​​ເຕີບ​ໂຕ​ຂຽວເມື່ອວັນ​ທີ 18/4, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ ຫງວຽນ​ເທ​ເຟືອງ ​ໃຫ້​ຮູ້​ວ່າ: ການ​​ເຕີບ​ໂຕ​ຂຽວ​ແມ່ນ​ຈຸດໝາຍ​ສຳຄັນ​ໃນ​ພາລະກິດ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ​ກໍ່​ຄື​ໃນ​ການ​ປ້ອງ​ກັນ, ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.

  ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ ຫງວຽນ​ເທ​ເຟືອງ ​ເນັ້ນໜັກ​ວ່າ, ຍາມ​ໃດ​ຫວຽດນາມ ກໍ່​ຮັບ​ຮູ້​ບັນດາ​ການ​ຮ່ວມ​ມື, ປະກອບສ່ວນ​ຂອງ​ຄູ່​ຮ່ວມ​ມື​ສາກົນ​ຄື: WWB, USAID, ລາຊະ​ອານາ​ຈັກ​ແບນ​ຊິກ, ສ.​ເກົາຫຼີ….​ກ່ຽວ​ກັບ​ແຫຼ່ງກຳລັງ, ການ​ໜູນ​ຊ່ວຍ​ດ້ານ​ເຕັກນິກ​ກໍ່​ຄື​ບົດຮຽນ​ໃນ​ວິວັດ​ການ​ທາ​ບທາມ​ຄຳ​ເຫັນ, ​ເນື້ອ​ໃນ ​ແລະ ຮັບຮອງ​ຍຸດ​ທະ​ສາດ ​ແລະ ​ແຜ​ຍການ​ເຕີບ​ໂຕ​ຂຽວ. ລັດຖະບານ​ຫວຽດນາມ ກຽມພ້ອມ, ​ເປັນ​ເຈົ້າການປະຕິບັດ​ບັນດາ​ຄຳໝັ້ນສັນຍາ​ຂອງ​ສາກົນ​ກ່ຽວ​ກັບການ​ປ້ອງ​ກັນ, ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ການ​ເຕີບ​ໂຕ​ຂຽວ…..

 

ຂ່າວ/ບົດ​ອື່ນ