ຫວຽດນາມແມ່ນສະມາຊິກອັນຕັ້ງໜ້າໃນການຮັກສາສິ່ງແວດລ້ອມ


ຫວຽດນາມແມ່ນສະມາຊິກອັນຕັ້ງໜ້າໃນການຮັກສາສິ່ງແວດລ້ອມ - ảnh 1
ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ເວືອງ​ດິງ​ເຫ້ວ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ນາງ Naoko Ishii ປະ​ທານກອງ​ທຶນ​ສິ່ງ​ແວດ​ລ້ອມ​ທົ່ວ​ໂລກ

(vovworld)- ຕອນ​ບ່າຍ​ວັນ​ທີ 24/2, ຢູ່​ຮ່​າ​ໂນ້ຍ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ເວືອງ​ດິງ​ເຫ້ວ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ນາງ Naoko Ishii ປະ​ທານກອງ​ທຶນ​ສິ່ງ​ແວດ​ລ້ອມ​ທົ່ວ​ໂລກ ມາ​ຢ້ຽມ​ຢາມ ແລະ ເຮັດ​ວຽກຢູ່​ຫວຽດ​ນາມ. ທີ່​ການ​ຕ້ອນ​ຮັບ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ເວືອງ​ດິງ​ເຫ້ວ ຢືນ​ຢັນ​ວ່າ ຫວຽດ​ນາມ​ຍາມ​ໃດ​ກໍ​ສູ້​ຊົນ​ກາຍ​ເປັນ​ສະ​ມາ​ຊິກ​ອັນ​ຕັ້ງ​ໜ້າ, ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ຊຶ່ງ​ຫວຽດ​ນາມ​ໄດ້​ເຂົ້າ​ຮ່ວມ, ພິ​ເສດ​ແມ່ນ​ກ່ຽວ​ຂ້ອງ​ເຖິງ​ບັນ​ຫາ​ສິ່ງ​ແວດ​ລ້ອມ ຕິດ​ພັນ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ສ່ວນ​ທ່ານ​ນາງ Naoko Ishii ຢືນ​ຢັນ​ວ່າ ຈະ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ລັດ​ຖະ​ບານ​ຫວຽດ​ນາມ​ໃນ​ບັນ​ຫາ​ຮັກ​ສາ​ສິ່ງ​ແວດ​ລ້ອມ. ທ່ານ​ນາງ​ຍັງ​ສະ​ແດງ​ຄວາມ​ພາກ​ພູມ​ໃຈ​ເມື່ອ​ເຫັນ​ວ່າ ດ້ວຍ​ການ​ໜູນ​ຊ່ວຍ​ຂອງກອງ​ທຶນ, ຫວຽດ​ນາມ​ໄດ້​ຕັ້ງ​ໜ້າ​ສະ​ແດງ​ບົດ​ບາດ​ນຳ​ໜ້າ​ໃນ​ການ​ປະ​ຕິ​ບັດ​ໂຄງ​ການ​ຮູບ​ແບບ​ນະ​ຄອນ​ໝັ້ນ​ຄົງ ຊຶ່ງ​ແມ່ນ​ຮູບ​ແບບ​ທີ່ກອງ​ທຶນ​ສິ່ງ​ແວດ​ລ້ອມ​ທົ່ວ​ໂລກ​ຈະ​ທະ​ວີ​ຄູນ​ຢູ່​ບັນ​ດາ​ປະ​ເທດ​ໃນ​ວົງ​ວຽນ​ຕໍ່​ໄປ.

ຂ່າວ/ບົດ​ອື່ນ