ຫວຽດນາມແລະກຳປູເຈຍເພີ່ມທະວີການຮ່ວມມືຮອບດ້ານ

ຫວຽດນາມແລະກຳປູເຈຍເພີ່ມທະວີການຮ່ວມມືຮອບດ້ານ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ກຳປູ​ເຈຍ Heng Samrin ແລະ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮູ່ງ

 (vovworld)-​ ຕອນ​ເຊົ້າ ວັນ​ທີ 18/8, ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຫງວຽນ​ຊີງ​ຮູ່ງ, ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສະ​ພາ​ແຫ່ງ​ຊາດລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ ໂດຍ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ Samdech Akka Moha Ponhea Chakrei Heng Samrin ເປັນ​ຫົວ​ໜ້າ​ຄະ​ນະ , ໄດ້ມາ​ຮອດ​ຮ່າ​ໂນ້ຍ, ເລີ່ມ​ຕົ້ນ​ການຢ້ຽມ​ຢາມ​ຫວຽດ​ນາມ​ຢ່າງເປັນ​ທາງ​ການ. ການ​ຢ້ຽມ​ຢາມ​ຄັ້ງ​ນີ້ ຂອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ ຈະ​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື ລະ​ຫວ່າງ 2 ປະ​ເທດ​ໃນ​ທຸກ​ຂົງ​ເຂດ, ​ພິ​ເສດ​ແມ່ນ​ດ້ານ​ການ​ເມືອງ, ເສດ​ຖະ​ກິດ, ການ​ຄ້າ ແລະ ທ່ອງ​ທ່ຽວ.

ຕອນ​ບ່າຍ​ວັນດຽວກັນ, ພາຍ​ຫຼັງ​ພິທີ​ຕ້ອນຮັບ​ຢ່າງ​ເປັນ​ທາງ​ການ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນຊິງ​ຮູ່ງ ​​ໄດ້​ເຈລະຈາ​ກັບທ່ານ​ປະທານ​ສະພາ​ແຫ່ງ​ຊາດ ກຳປູ​ເຈຍ Heng Samrin. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນຊິງ​ຮູ່ງ  ຢັ້ງຢືນ​ວ່າ: ສະພາ​ແຫ່ງ​ຊາດ ​ແລະ ປະຊາຊົນ ຫວຽດນາມ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ສະໜັບສະໜູນ​ແນວທາງ​ຂອງ​ພັກ​ປະຊາຊົນ ກຳປູ​ເຈ​ຍ ​ໃນ​ການ​ສ້າງສັນ​ຕິ​ພາບ, ​ເອກະ​ພາບ, ​ເສລີ​ພາບ, ພັດທະນາ. ຕີ​ລາຄາ​ສູງ​ບັນດາ​ໝາກຜົນ, ຜົນງານ​ທີ່​ບັນລຸ​ໄດ້​ຂອງ ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາພາຍ​ໃຕ້​ການ​ຊີ້ນຳ, ນຳພາ​ຂອງພັກ, ລັດຖະບານ, ກໍ່​ຄື​ຂອງ​ສະພາ​ແຫ່ງ​ຊາດ ຫວຽດນາມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Heng Samrin ​ເຊື່ອ​ໝັ້ນ​ວ່າ: ຫວຽດນາມ ຈະ​ສືບ​ຕໍ່​ຍາດ​ໄດ້​ບັນດາ​ໄຊຊະນະ​ໃໝ່. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Heng Samrin  ຢືນຢັນ​ວ່າ: ບັນດາ​ຜົນງານ​ໃນ​ການ​ພັດທະນາ​ເສດຖະກິດ, ສັງຄົມ​ຂອງ ຫວຽດນາມ ກໍ່​ແມ່ນ​ບັນດາ​ຜົນງານ​ຂອງ​ປະຊາຊົນ ກຳປູ​ເຈຍ ​ແລະ ຫວັງ​ວ່າ 2 ຝ່າຍ​ສືບ​ຕໍ່​ຮ່ວມ​ມື, ​ແລກປ່ຽນ​ການ​ຄ້າ​ຂຶ້ນ​ເຖິງກ່ວາ 2,5 ຕື້ USD ຄື​ໃນ​ປະຈຸ​ບັນ. ປະທານ​ສະພາ​ແຫ່ງ​ຊາດ 2 ປະ​ເທດ​ກໍ່​​ເປັນ​ເອກະສັນ​ກັນ​ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ຮອບດ້ານ, ກໍ່​ຄື​ເພີ່ມ​ທະວີ​ຄວາມ​ສາມັກຄີ, ໜູນ​ຊ່ວຍ​ໃນ​ການ​ແກ້​ໄຂ​ບັນດາ​ບັນຫາ​ລວມ​ໃນ​ພາກ​ພື້ນ ​ແລະ ທົ່ວ​ໂລກ​ປະກອບສ່ວນ​ສ້າງສັນ​ຕິ​ພາບ, ສະຖຽນ​ລະ​ພາບ, ຍົກ​ສູງ​ບົດບາດ, ທີ່​ຕັ້ງ​ຂອງ​ສະພາ​ແຫ່ງ​ຊາດ​ແຕ່ລະ​ປະ​ເທດ​ໃນ​ເວທີ​ປາ​ໄສ​ລັດຖະສະພາ​ສາກົນ.


ຂ່າວ/ບົດ​ອື່ນ