ຫວຽດນາມແລະຊູແອັດ ຊຸກຍູ້ການສ້າງການພົວພັນຄູ່ຮ່ວມມືຍຸດທະສາດຂະແຫນງ

(VOVWORLD) -ຕອນເຊົ້າວັນທີ 23 ພະຈິກ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ໄດ້ມີການເຈລະຈາກັບ ລັດຖະມົນຕີການຕ່າງປະເທດ ຊູແອັດ ທ່ານນາງ Margot Wallstrom ເນື່ອງໃນໂອກາດທ່ານນາງຢ້ຽມຢາມຫວຽດນາມ ແຕ່ວັນທີ 21-23 ພະຈິກ. 
ຫວຽດນາມແລະຊູແອັດ ຊຸກຍູ້ການສ້າງການພົວພັນຄູ່ຮ່ວມມືຍຸດທະສາດຂະແຫນງ - ảnh 1 ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ແລະ ທ່ານນາງລັດຖະມົນຕີການຕ່າງປະເທດ ຊູແອັດ Margot Wallstrom 

ທີ່ການເຈລະຈາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ແລະ ທ່ານນາງລັດຖະມົນຕີການຕ່າງປະເທດ ຊູແອັດເຫັນດີຍູ້ແຮງການແລກປ່ຽນຄະນະຜູ້ແທນ, ພິເສດແມ່ນບັນດາຄະນະຜູ້ແທນຂັ້ນສູງ, ສືບຕໍ່ສົມທົບຢ່າງແຫນ້ນແຟ້ນທີ່ບັນດາເວທີປາໄສຫລາຍຝ່າຍ ພາກພື້ນ ແລະສາກົນ.

ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ສະເຫນີບັນດາມາດຕະການລະອຽດ ເພື່ອຊຸກຍູ້ການຮ່ວມມືໃນບັນດາຂົງເຂດຈຸດສຸມຄື: ການເມືອງ - ການທູດ, ການຄ້າ ແລະ ການລົງທຶນ, ການສຶກສາ - ບຳລຸງສ້າງ, ວິທະຍາສາດ - ເຕັກໂນໂລຊີ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ສະເຫນີ ຊູແອັດ ຊຸກຍູ້ການລົງນາມ ແລະ ໃຫ້ສັດຕະຍາບັນສັນຍາການຄ້າເສລີ EVFTA ໂດຍໄວ, ແລະ ປາດຖະຫນາຢາກໄດ້ຮັບກະແສເງິນລົງທຶນຕື່ມອີກ, ເຕັກໂນໂລຊີກ້າວຫນ້າ ແລະ ບົດຮຽນຄຸ້ມຄອງໃນບັນດາຂົງເຂດຊື່ງ ຊູແອັດ ມີທ່າແຮງ.

ສອງຝ່າຍເຫັນດີຊຸກຍູ້ການສ້າງການພົວພັນຄູ່ຮ່ວມມືຍຸດທະສາດຂະແຫນງລະຫວ່າງສອງປະເທດໃນບາງຂົງເຂດ.

ທ່ານນາງລັດຖະມົນຕີການຕ່າງປະເທດ ຊູແອັດ Margot Wallstrom  ຢືນຢັນ: ຊູແອັດ ປາດຖະຫນາຢາກພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫລາຍດ້ານກັບຫວຽດນາມ ກ່ວາອີກ.  

ຕອບກັບ

ຂ່າວ/ບົດ​ອື່ນ