ຫວຽດນາມແລະຟີລິບປິນເພີ່ມທະວີການຮ່ວມມື 2 ຝ່າຍໃນຂົງເຂດປ້ອງກັນຊາດ

ຫວຽດນາມແລະຟີລິບປິນເພີ່ມທະວີການຮ່ວມມື 2 ຝ່າຍໃນຂົງເຂດປ້ອງກັນຊາດ - ảnh 1
(ທ່ານ​ພົນ​ເອກ ຟຸ​ງກວາງ​ແທງ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນປະ​ເທດ
 ຕ້ອນຮັບລັດຖະມົນ​ຕີ​ຊ່ວຍ​ວ່າ​ການກະຊວງ​ປ້ອງ​ກັນ​ປະ​​ເທດຟີ​ລິບ​ປິນ)


(vovworld) – ຫວຽດນາ​ມ​ແລະ​ຟີລິບ​ປິນ​ເພີ່ມ​ທະວີ​ການ​ຮ່ວມ​ມື 2 ຝ່າຍ​ໃນ​ຂົງ​ເຂດ​ປ້ອງ​ກັນຊາ​ດ. ນີ້​ແມ່ນ​ເນື້ອ​ໃນທີ່​ທ່ານ​ພົນ​ເອກ ຟຸ​ງກວາງ​ແທງ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນປະ​ເທດຫວຽດນາມ ​ແລະ ທ່ານ Honorio S Azcueta, ລັດຖະມົນ​ຕີ​ຊ່ວຍ​ວ່າ​ການກະຊວງ​ປ້ອງ​ກັນ​ປະ​​ເທດຟີ​ລິບ​ປິນ ​ເຫັນ​ດີທີ່​ການ​ພົບ​ປະ​ ພາຍຫຼັງ​ການ​ເຈລະຈາຍຸດ​ທະ​ສາດ​ດ້ານປ້ອງ​ກັນຊາ​ດລະຫວ່າງຫວຽດນາມ - ຟີ​ລິບ​ປິນ ຄັ້ງ​ທຳ​ອິດ, ​ຖືກ​ດຳ​ເນີນ​ໃນ​ວັນ​ທີ 13/4 ຢູ່ຮ່າ​ໂນ້ຍ. ທ່ານ​ພົນ​ເອກ ຟູ​ງກວາງ​ແທງ ປາດ​ຖະໜາ​ວ່າ, ໝາກຜົນ​ຂອງ​ການ​ຮ່ວມ​ມື​ລະຫວ່າງ​ກະຊວງ​ປ້ອງ​ກັນປະ​ເທດ 2 ປະ​ເທດ​ຈະ​ແມ່ນພື້ນຖານ​ເພື່ອ​​ໃຫ້ການຮ່ວມມື​ດ້ານ​ປ້ອງ​ກັນຊາ​ດ 2 ຝ່າຍ ຫວຽດນາມ ​ແລະ ຟີ​ລິບ​ປິນ ສືບ​ຕໍ່​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ກວ່າ.

        ສ່ວນ​ທ່ານ Honorio S Azcueta, ລັດຖະມົນ​ຕີ​ຊ່ວຍ​ວ່າ​ການກະຊວງ​ປ້ອງ​ກັນ​ປະ​ເທດ ຟີ​ລິບ​ປິນ ​ໃຫ້​ຮູ້​ວ່າ: ຈະ​ມານະ​ພະຍາ​ຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​​ເພື່ອປະຕິບັດ​ບັນດາການ​ຮ່ວມ​ມື​ຊຶ່ງ 2 ຝ່າຍ​​ໄດ້​ເປັນ​ເອກະ​ພາບນຳ​ກັນຢ່າງ​ມີ​ປະສິດທິ​ຜົນ, ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ສາມັກຄີ, ​ເຂົ້າ​ໃຈ​ເຊິ່ງກັນ​ ແລະ ​ກັນ​ລະຫວ່າງປະຊາຊົນ ​ແລະ ກອງທັບ 2 ປະ​​ເທດຫວຽດນາມ - ຟີ​ລິບ​ປິນ, ​ເພື່ອຈຸດໝາຍ​ສັນຕິພາບ, ການຮ່ວມ​ມື​ມິດຕະພາບ​ລະ​ຫວ່າງ 2 ປະ​ເທດ ​ແລະ ​ໃນ​ພາກ​ພື້ນ ອາຊຽນ.

ຂ່າວ/ບົດ​ອື່ນ