ຫວຽດນາມແລະລັດເຊຍເພີ່ມທະວີການຮ່ວມມື2ຝ່າຍ

ຫວຽດນາມແລະລັດເຊຍເພີ່ມທະວີການຮ່ວມມື2ຝ່າຍ - ảnh 1

(ທ່ານລັດຖະມົນຕີ​ຊ່ວຍ​ວ່າການ ​ໂຮ່ຊວນ​ເຊີນ ​ແລະ
 ​ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​Igor Morgulov)

(vovworld) - ​ ວັນ​ທີ 28/9, ຢູ່​ນະຄອນ Saint Petersburg ສະຫະພັນ ລັດ​ເຊຍ, ດຳ​ເນີນ​ການ​ເຈ​ລະ​ຈາຍຸດ​ທະ​ສາດ​ປະ​ຈຳປີ ລັດ​ເຊຍ - ຫວຽດນາມ ຄັ້ງ​ທີ 8. ຄະນະ​ຜູ້​ແທນ ຫວຽດນາມ ​ເຂົ້າ​ຮ່ວມ​ການ​ເຈລະຈາ​ໂດຍ​ທ່ານລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ໂຮ່ຊວນ​ເຊີນ ​ເປັນ​ຫົວໜ້າ​ຄະນະ. ຄະນະ​ຜູ້​ແທນ​ ລັດ​ເຊຍ ​ໂດຍ​ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ລັດ​ເຊຍ Igor Morgulov ນຳ​ໜ້າ. ນະ​ທີ່​ນີ້, 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ເພີ່ມ​ທະວີ​ການ​ຮ່ວມ​ມື 2 ຝ່າຍ​ຢູ່​ບັນດາ​ເວທີ​ປາ​ໄສ​ສາກົນ, ພິ​ເສດ​ແມ່ນ​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ອາຊີ - ປາຊີ​ຟິກ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ສົມທົບ​ກັນ​ເປັນ​ຢ່າ​ງດີ ​ເພື່ອ​ກະກຽມ​ໃຫ້​ກອງ​ປະຊຸມ​ສະ​ເຫຼີ​ມສະຫຼອງ​ຂັ້ນ​ສູງ​ຄັ້ງ​ທີ 3 ລະຫວ່າງ ອາ​ຊຽນ ​ແລະ ລັດ​ເຊຍ ຈັດ​ຕັ້ງ​ຢູ່​ສະຫະພັນ ລັດ​ເຊຍ ​ໃນ​ປີ 2016. ທີ່​ກອງ​ປະຊຸມ​ນີ້, ລັດ​ເຊຍ ​ແລະ ອາຊຽນ ຈະ​ຍົກ​ອອກ​​ບັນດາ​ຖະ​ແຫຼ​ງການ​ຮ່ວມ​ໃໝ່​ກຳນົດ​ທິດ​ ​ພັດທະນາ​ສາຍ​ພົວພັນ​ຕ່າງໆ​ກ່ວາ​ອີກ. ທ່ານລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ໂຮ່ຊວນ​ເຊີນ ​ໃຫ້​ຮູ້​ວ່າ:

          “2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ສົມທົບ​ກັນ​ເປັນ​ຢ່າງ​ດີ ​ເພື່ອ​ກະກຽມ​ກອງ​ປະຊຸມ​ສະ​ເຫຼີ​ມສະ​ຫຼອງຂັ້ນ​ສູງ​ຄັ້ງ​ທີ 3 ລະຫວ່າງ ອາ​ຊຽນ ​ແລະ ​ລັດ​ເຊຍ ​ທີ່​ຈັດ​ຕັ້ງ​ຢູ່ ລັດ​ເຊຍ​ ໃນ​ປີ 2016. ທີ່ກອງ​ປະ​ຊຸມ​ນີ້, ລັດ​ເຊ​ຍ ​ແລະ ອາ​ຊຽນ ຈະ​ມີ​ຖະ​ແຫຼ​ງການ​ຮ່ວມ​ໃໝ່ ​ເພື່ອ​ກຳນົດ​ທິດ​ໃຫ້ການ​ພັດທະນາ​ລະຫວ່າງ ລັດ​ເຊຍ ​ແລະ ອາ​ຊຽນ ກ່ວາ​ອີກ. ​ໃນ​ການ​ພົວພັນ 2 ຝ່າຍ ອາດ​ສາມາດ​ເວົ້າ​ວ່າ: ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ລັດ​ເຊຍ ​ດີງາມ​ທີ່​ສຸດ. 2 ຝ່າຍ​ມານະ​ພະຍາຍາມ​ເພີ່ມ​ທະວີ​ການ​ຮ່ວມ​ມື 2 ຝ່າຍ​ໃນ​ບັນດາ​ຂົງ​ເຂດ, ພິ​ເສດ​ແມ່ນ​ຂົງ​ເຂດ​ເສດຖະກິດ​ການ​ຄ້າ, ກໍ​ຄື​ບັນດາ​ຂົງ​ເຂດ​ອື່ນໆ ​ເຊິ່ງ 2 ຝ່າຍ​ກໍ​ມີ​ຜົນ​ປະ​ໂຫຍ​ດລວມ. ລັດ​ເຊຍ ກໍ​ມີ​ຂໍ້​ລິ​ເລີ່ມ ​ແລະ ປາດ​ຖະໜາ​ຢາກ​ເຊື່ອມ​ຕໍ່​ພາກ​ພື້ນ​ເສດຖະກິດ​ລະຫວ່າງ​ພັນທະ​ມິດ ອາຊີ - ​ເອີ​ລົບ ກັບ ຫວຽດນາມ, ກໍ​ຄື​ບັນດາ​ປະ​ເທດ​ອື່ນໆ​ໃນ ອາ​ຊຽນ ​ແລະ ທະວີບ ອາຊີ ”.


ຂ່າວ/ບົດ​ອື່ນ