ຫວຽດນາມແລະລາວຕັດສິນໃຈປົກປັກຮັກສາເສັ້ນຊາຍແດນສັນຕິພາບ,ມິດຕະພາບ

ຫວຽດນາມແລະລາວຕັດສິນໃຈປົກປັກຮັກສາເສັ້ນຊາຍແດນສັນຕິພາບ,ມິດຕະພາບ - ảnh 1
ຄະນະປະທານກອງປະຊຸມ
(ພາບ: Hoàng Chương/ TTXVN)

(vovworld)​ ​- ກອງ​ປະຊຸມ​ສາກົນ​ກ່ຽວ​ກັບ​ການ​ກໍ່ສ້າງ​ເສັ້ນ​ຊາຍ​ແດນ​ສັນຕິພາບ, ມິດຕະພາບ​ຫວຽດນາມ-​ລາວ ​ໄລຍະ 2014-2016  ​ຖືກ​ດຳ​ເນີນ​​ແຕ່​ວັນ​ທີ 3-4/11, ຢູ່​ແຂວງ​ຄຳ​ມ່ວນ ປະ​ເທດ​ລາວ. ສິ້ນ​ສຸດ​ກອງ​ປະຊຸມ, 2  ຝ່າຍ​ໄດ້​ອອກ​​ແຈ້ງ​ການ​ຮ່ວມ​ເປັນ​ເອກະ​ພາບ​​ຍູ້​ແຮງ​ວຽກ​ງານ​ໂຄສະນາ​​ຢ່າງ​ເລິກ​ເຊິ່ງ, ກ້ວາງ​ຂວາງ, ຍົກ​ສູງ​ຄວາມ​ຮັບຮູ້​ໃນໝູ່​​ປະຊາຊົນ​ທຸກ​ຊັ້ນ​ວັນນະ, ພິ​ເສດ​ແມ່ນ​ປະຊາຊົນ​ເຂດ​ຊາຍ​ແດນ 2 ປະ​ເທດ. ກ່ຽວ​ກັບ​​ແນວທາງ, ​ແຜນ​ນະ​ໂຍບາຍ​ຂອງ 2 ພັກ, ການປະຕິບັດ​ກົດໝາຍ​ຂອງ 2 ລັດ, ​ມູນ​ເຊື້ອ​ຄວາມ​ສາມັກ​ຄີ, ມິດຕະພາບ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ​ກໍ່​ຄື​ໜ້າ​ທີ່​ກໍ່ສ້າງ​ເສັ້ນ​ຊາຍ​ແດນ​ສັນຕິພາບ, ມິດຕະພາບ ລະຫວ່າງ ຫວຽດນາມ-​ລາວ. ​ແຈ້ງ​ການ​ຮ່ວມກໍ່​ເນັ້ນ​ໜັກ​ວ່າ: 2 ຝ່າຍ​ຍູ້​ແຮງ​ການ​ສົ່ງ​ເສີມ​ພັດທະນາ​ເສດຖະກິດ, ລົບ​ລ້າງ​ຄວາມ​ອຶດຫິວ, ຫຼຸດຜ່ອນ​ຄວາມທຸກ​ຍາກ, ຮັບປະກັນ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບຢູ່​ບັນດາ​ແຂວງ​ມີ​​ເສັ້ນ​ຊາຍ​ແດນ​ລວມ, ພ້ອມ​ທັງ​ຄົ້ນ​ພົບ, ສະກັດ​ກັ້ນບັນດາ​ກົນອຸບາຍ, ການ​ກະທຳ​ທຳລາຍ, ກໍ່​ຄວາມຂາດ​ສະຖຽນ​ລະ​ພາບເຂດ​ຊາຍ​ແດນ​ ​ແລະ ການ​ແບ່ງ​ແຍກ​​ຄວາມ​ສາມັກຄີ, ມິດຕະພາບ​ຫວຽດນາມ-ລາວ​ໂດຍ​ໄວ; ປະຕິບັດການ​​ແຮກສ່ຽວ, ຊ່ວຍ​ເຫຼືອ​​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ບັນດາ​ຫົວໜ່ວຍ, ບ້ານ, ຕາ​ແສງ, ​​ເມືອງ ​ແລະ ບັນດາ​ແຂວງ​ໃນເຂດ​ຊາຍ​ແດນ.


ຂ່າວ/ບົດ​ອື່ນ