ຫວຽດນາມແລະອາເມລິກາມານະພະຍາຍາມສຳເລັດການເຈລະຈາTPP

ຫວຽດນາມແລະອາເມລິກາມານະພະຍາຍາມສຳເລັດການເຈລະຈາTPP - ảnh 1
ພາບປະກອບ

(vovworld) – ວັນ​ທີ 16/9, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ, ​ເລີ່​ມການ​ເຄື່ອນ​ໄຫວ​ຕ່າງໆ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລ​ະ ​ເຮັດ​ວຽກ​ຢູ່ ອາ​ເມ​ລິ​ກາ. ທີ່​ການ​ພົບ​ປະ​ກັບ​ຜູ້ຕາງໜ້າ​ການ​ຄ້າ ​ອາ​ເມ​ລິ​ກາ ທ່ານ Michael Froman, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນນີ​ງ ​ໃຫ້​ຮູ້​ວ່າ: ຫວຽດນາມ ປາດ​ຖະໜາ​ຢາ​ກຝ່າຍ ອາ​ເມ​ລິ​ກາ ​ເອົາ​ໃຈ​ໃສ່​ເຖິງ​ບັນຫາ​ຫລຸດຜ່ອນ​ພາສີ​ອາກອນໃຫ້​ຂະ​ແໜງ​ຕຳ​່​ແຜ່​ນຕັດຫຍິບ ​ແລະ ​ເກີບ​ໜັງ​ໃນ​ການ​ເຈລະຈາ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP), ພ້ອມ​ທັງ​ສະ​ເໜີ​ໃຫ້ ອາ​ເມ​ລິ​ກາ ພິຈາລະນາ​ລະບຽບ​ການ​ເສດຖະກິດ​ກາ​ນຕະຫຼາດ​ໃຫ້​ແກ່ ຫວຽດນາມ ພາຍຫຼັງ​ການ​ເຈລະຈາ​ສັນຍາ​ນີ້​ສິ້ນ​ສຸດ​ລົງ. ຫວຽດນາມ ຈະ​ຕັ້ງໜ້າ​ສົມທົບ​ກັບ ອາ​ເມ​ລິ​ກາ ​ແລະ ບັນດາ​ປະ​ເທດ​ກ່ຽວຂ້ອງ​ຊອກ​ຫາ​ມາດ​ຕະການ​ທີ່​ອາ​​ດຮັບ​ຮູ້​ໄດ້​ສຳລັບ​ທຸກໆຝ່າຍ. ຜູ້ຕາງໜ້າ​ການ​ຄ້າ ​ອາ​ເມ​ລິ​ກາ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ເພື່ອ​ຍົກ​ອອກ​ຂໍ້​ສະ​ເໜີ ​ແລະ ວິທີ​ສຳ​ພັດ​ເໝາະສົມ​ທີ່​ສຸດ​ສຳລັບ​ບັນດາ​ຜະລິດ​ຕະພັນ​ຕຳ່​ແຜ່ນ​ຕັດຫຍິບ ​ແລະ ​ເກີບ​ໜັງ​ໃຫ້​ແກ່ ຫວຽດນາມ, ພ້ອມ​ທັງ​ສະ​ເໜີ​ ຫວຽດນາມ ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ຊີ້ນ​ໝູ ​ແລະ ຊີ້​ສັດ​ປີກ​ຂອງ ອາ​ເມ​ລິ​ກາ ​ເຂົ້າ​ຕະຫຼາດ ຫວຽດນາມ.

    ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ຍັງ​ມີ​ການ​ພົບ​ປະ​ກັບ​ທ່ານ​ລັດຖະມົນຕີ​ກະຊວງການ​ເງິນ ອາ​ເມ​ລິ​ກາ Jack Lew, ລັດຖະມົນຕີ​ກະຊວງການ​ຄ້າ ອາ​ເມ​ລິ​ກາ  Penny Pritzker…

ຂ່າວ/ບົດ​ອື່ນ